ດ້ວຍຫົວຂໍ້ “ການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງຫວຽດນາມ”, ເວທີປາໄສຮ່ວມມືເສດຖະກິດ ອາຊີ ປີ 2019 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 25 ພະຈິກ ຢູ່ແຂວງບິ່ງເຢືອງ ດ້ວຍການເຂົ້າຮ່ວມຂອງການນໍາຂັ້ນສູງ ແລະ ຜູ້ອໍານວຍການຝ່າຍບໍລິຫານວິສາຫະກິດ ທີ່ມາຈາກບັນດາກຸ່ມບໍລິສັດເສດຖະກິດຂອງກວ່າ 60 ປະເທດໃນໂລກ ແລະ ບັນດາວິສາຫະກິດແຖວໜ້າຂອງຫວຽດນາມ.

ການນໍາຂັ້ນສູງ ແລະ ຜູ້ອໍານວຍການຝ່າຍບໍລິຫານວິສາຫະກິດ ທີ່ມາຈາກບັນດາກຸ່ມບໍລິສັດເສດຖະກິດຂອງກວ່າ 60 ປະເທດໃນໂລກ ແລະ ບັນດາວິສາຫະກິດແຖວໜ້າຂອງຫວຽດນາມ ເຂົ້າຮ່ວມເວທີປາໄສ (ພາບ: baodautu.vn)

ກ່າວຄໍາເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ:

“ປີ 2020, ຫວຽດນາມ ຈະແບກຫາບໜ້າທີ່່ສໍາຄັນນັ້ນແມ່ນເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 2021; ພ້ອມທັງ ຮັບບົດບາດເປັນປະທານອາຊຽນ. ລັດຖະບານຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບບັນດາຄູ່ຮ່ວມມື ແລະ ປະເທດເພື່ອນມິດ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດລົງທຶນ ເພື່ອເປົ້າໝາຍ ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາແບບຍືນຍົງ ແລະ ວັດທະນາຖາວອນຂອງ ອາຊຽນ, ອາຊີ ແລະ ໂລກ”.