(ພາບ: TTXVN)
ການແຂ່ງຂັນ Olympic ດາລາສາດ ແລະ ຟີຊິກດາລາສາດ ສາກົນຄັ້ງທີ 19 ປີ 2026 (IOAA 2026) ໄດ້ໄຂຂຶ້ນໃນວັນທີ 26 ກັນຍາ, ຢູ່ມະຫາວິທະຍາໄລ Phenikaa (ຮ່າໂນ້ຍ). ການແຂ່ງຂັນໃນປີນີ້ໄດ້ເຕົ້າໂຮມ 66 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ ລວມມີ 67 ທີມ (ໃນນັ້ນມີ 65 ທິມສາກົນ ແລະ 2 ທິມ ຫວຽດນາມ), ດ້ວຍຜູ້ເຂົ້າແຂ່ງຂັນຢ່າງເປັນທາງການ 320 ຄົນ, ເພີ່ມຂຶ້ນເກືອບ 100 ຄົນ ເມື່ອທຽບກັບປີ 2025.
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ເລຕຽນເຈົາ ຮອງນາຍົກລັດຖະມົນຕີ ຫວຽດນາມ, ເນັ້ນໜັກວ່າ
“ໃນໂລກທີ່ມີການຜັນແປຫຼາຍຢ່າງ, ວິທະຍາສາດແມ່ນພາສາສາລວມ ມີກຳລັງແຮງເພື່ອນຳເອົາມະນຸດເຂົ້າໃກ້ກັນຫຼາຍຫຼາຍກວ່າຜ່ານຄວາມຮູ້, ຄວາມຈິງ ແລະ ດ້ວຍຈິດໃຈການຮ່ວມມື. ສະນັ້ນ, ການແຂ່ງຂັນຂອງພວກເຮົາມີຄວາມໝາຍໄປເໜືອກວ່າການແຂ່ງຂັນ. ນັ້ນນບໍ່ພຽງແຕ່ເປັນການແຂ່ງຂັນໃຫ້ແກ່ຜູ້ເຂົ້າຮ່ວມທີ່ດີເດັ່ນເທົ່ານັ້ນ, ຫາກຍັງແມ່ນເວທີປາໄສໃຫ້ແກ່ນັກວິທະຍາສາດໜຸ່ມ, ແຫ່ງທີ່ນັກຮຽນໄດ້ແບ່ງປັນພູມປັນຍາ, ສະແດງພອນສະຫວັນຂອງເຂົາເຈົ້າ, ແລະ ສ້າງບັນດາການປະພຶດໃໝ່ຕື່ມອີກ.”
