ກອງປະຊຸມຄະນະປະຈຳສະພາແຫ່ງຊາດ (ພາບ:VOV)

ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ບາງເນື້ອໃນ, ຄື: ຮ່າງມະຕິວ່າດ້ວຍການທົດລອງຈັດຕັ້ງຮູບແບບອຳນາດການປົກຄອງຕົວເມືອງ ແລະ ບາງກົນໄກ, ນະໂຍບາຍພິເສດໃນການພັດທະນານະຄອນ ດ່າໜັງ ແລະ ແຂວງ ເງະອານ; ລາຍງານການຕີລາຄາປັບປຸງໝາກຜົນການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2023; ສະພາບການຜັນຂະຫຍາຍການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ໃນຊຸມເດືອນຕົ້ນປີ 2024; ປະກອບຄຳເຫັນໃສ່ແຜນຜັງເຂດທະເລແຫ່ງຊາດ ໄລຍະ 2021 -2030, ວິໄສທັດຮອດປີ 2050 ແລະ ປະກອບຄຳເຫັນໃສ່ແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳ ໄລຍະ 2025 – 2035…

ກ່ຽວກັບການກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຊຸດທີ XV ແລະ ສະຫຼຸບກອງປະຊຸມວິສາມັນເທື່ອທີ 7, ສະພາແຫ່ງຊາດ ຊຸດທີ XV ນັ້ນ ຄະນະປະຈຳ ສະພາແຫ່ງຊາດ ກໍ່ໄດ້ປະກອບຄຳເຫັນທີ່ວາລະປະຊຸມດັ່ງກ່າວ.