ປະ​ຊຸມ​ຄັ້ງ​ທີ 3 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸ​ດ​ທີ 14 ໄດ້​ໄຂ​ຂຶ້​ນ​ໃນ​ຕອນ​ເຊົ້າ​ວັນ​ທີ 20 ກໍ​ລະ​ກົດ, ຢູ່ ຮ່າ​ໂນ້ຍ. ທ່ານ ໂຕ​ເລິມ, ເລ​ຂ​າ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ, ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ. ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ບໍ​ລິ​ຫານ​ວາ​ລ​ະ​ໄຂ​ກອງ​ປະ​ຊຸມ. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ຄະ​ນະ​ບໍ​ລິ​ຫານງ​ານ​ສູນ​ກາງ​ພັກ​ຈະ​ພິ​ຈາ​ລະ​ນາ​, ຕົກ​ລົງ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ໃນ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 14 ຂອງ​ພັກ, ເນື້ອ​ໃນ​ກ່ຽວ​ກັບ​ການກໍ່​ສ້າງ​ພັກ, ລະ​ບົບ​ການ​ເມືອງ ແລະ ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່...

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້​ນ​ໜັກ​ວ່າ ກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ 14 ນີ້​ຈະ​ກຳ​ນົດ​ທິດ​ທາງ, ເປົ້າ​ໝາຍ ແລະ ບັນ​ດາ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ໃຫຍ່.

“ບັນ​ດາ​ນະ​ໂຍ​ບາ​ຍ​ຊີ້​ຂາດຂອງ​ສູນ​ກາງ​ໄດ້​ຮັບ​ຮອງ​ເອົາ ຕ້ອງ​ສ້າງ 4 ບາດ​ກ້າວ​ຫັນ​ປ່ຽນ​ຍຸດ​ທະ​ສາດ: ຍົກ​ສູງ​ກຳ​ລັງ​ຊີ້​ນຳ, ກຳ​ອຳ​ນາດ ແລະ ຄ​ຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ພັກ​ແລະ ກົງ​ຈັກ​ລັດ; ຄຸ​້ມ​ຄອງ​ເປັນ​ເອ​ກະ​ພາບ​ເຂດ​ພັດ​ທະ​ນາ, ເສີມ​ຂະ​ຫຍາຍ​ແຫຼ່ງ​ກຳ​ລັງ​ແຫ່ງ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ; ກຳ​ນົດ​ຮູບ​ແບບ​ພັດ​ທະ​ນາ​ໂດຍ​ອີງ​ໃສ່ສະ​ມັດ​ຕະ​ພາບ, ພູນ​ປັນ​ຍາ, ເຕັກ​ໂນ​ໂລ​ຊີ ແລະ ມະ​ນຸດ; ເປັນ​ເຈົ້າ​​ການໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ, ຍົກ​ສູງ​ຄວາມ​ຕ້ານ​ທານ, ຄວາມ​ສາ​ມາດ​ຮັບ​ມື ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນ​ຄົງ. ສະ​ເໜີ​ໃຫ້​ສູນ​ກາງ​ສຸມ​ໃສ່​ຕອບ​ຄຳ​ຖາມ: ແຕ່​ລະ​ໂຍ​ບາຍ​ຊີ້​ຂາດແກ້​ໄຂ​ຈຸດ​ໃດ? ສ້າງ​ບັນ​ດາ​ກຳ​ລັງ​ໃໝ່​ໃດ ແລະ ຕ້ອງ​ມີ​ເງື່ອ​ນ​ໄຂ​ໃດ​ເພື່ອ​ປະ​ຕິ​ບັດ​ໃຫ້​ມີ​ປະ​ສິດ​ທິ​ຜົນ?”

ຕາມ​ລາຍ​ການ, ກອງ​ປະ​ຊຸມ​ຈະ​ເຮັດ​ວຽກ​ຮອດ​ວັນ​ທີ 24 ກໍ​ລະ​ກົດ 2026.