ວັນທີ 25 ກຸມພາ, ກອງປະຊຸມຄັ້ງທີ 40 ຂອງ ສະພາສິດທິມະນຸດ ສປຊ (UNHRC) ຖືກໄຂຂຶ້ນຢູ່ສໍານັກງານ ສປຊ ຢູ່ ເຊີແນວ ປະເທດ ສະວິດ. ຄະນະຜູ້ແທນຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ເຢືອງຈີີ໊ຢຸງ ຫົວໜ້າຄະນະຕາງໜ້າຫວຽດນາມ ປະຈໍາ ເຊີແນວ ເປັນຫົວໜ້າຄະນະ.

ທ່ານເອກອັກຄະລັດຖະທູດ ເຢືອງຈີີ໊ຢຸງ ຫົວໜ້າຄະນະຕາງໜ້າຫວຽດນາມ ປະຈໍາ ເຊີແນວ ທີ່ກອງປະຊຸມຄັ້ງທີ 40 (ພາບ:TTXVN)

ທີ່ວາລະໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຍົກໃຫ້ເຫັນ ກ່ຽວກັບບັນດາສິ່ງທ້າທາຍໃນການຊຸກຍູ້ ແລະ ປົກປ້ອງສາສິດທິມະນຸດ, ໃນນັ້ນ ໄດ້ເນັ້ນໜັກເຖິງການປ່ຽນແປງຂອງດິນຟ້າອາກາດ ແມ່ນສິ່ງທ້າທາຍທີ່ໃຫຍ່ທີ່ສຸດສໍາລັບມະນຸດ, ໄປຄຽງຄູ່ກັນນັ້ນ ຍັງມີການຈໍາແນກການປະພຶດ, ຄວາມບໍ່ສະເໝີພາບລະຫວ່າງຍິງ -ຊາຍ ແລະ ອື່ນໆ.

ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ ກ່່ຽວກັບສິດທິມະນຸດໃນສະພາບລັດທິຫຼາຍຝ່າຍ ຕໍ່ໜ້າສິ່ງທ້າທາຍທົ່ວໂລກ, ທ່ານເອກອັກຄະລັດຖະທູດ ເຢືອງ ຈີີ໊ຢຸງ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍ ກໍຄືບົດບາດເປັນໃຈກາງຂອງ ສປຊ ໃນບັນດາຄວາມມານະພະຍາຍາມຈາກປະຊາຄົມສາກົນ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ, ພັດທະນາແບບຍືນຍົງ ແລະ ສິດທິມະນຸດ. ຫວຽດນາມ ມີບົດກ່າວປາໄສ ແລະ ເຂົ້າຮ່ວມການປຶກສາຫາລືຢູ່ຫຼາຍຫົວຂໍ້ທີ່ແຕກຕ່າງກັນ ໃນກອງປະຊຸມຄັ້ງທີ 40 ຂອງ UNHRC.