ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ເວທີປາໄສຮ່ວມມືອາຊີ-ເອີລົບ ຄັ້ງທີ 13 |
ທີ່ກອງປະຊຸມຄັ້ງນີ້, ຈະມີ 3 ວາລະປຶກສາຫາລືບັນດາມາດຕະການ ແນໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເພີ່ມທະວີການພົວພັນຄູ່ຮ່ວມມືໃນການຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຜ່ອນເບົາ ແລະ ຄຸ້ມຄອງໄພທຳມະຊາດ, ການຄ້ຳປະກັນສະບຽງອາຫານ, ແຫຼ່ງນ້ຳ, ຮັດແຄບຄວາມແຕກໂຕ່ນກັນໃນການພັດທະນາ.

