ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ແລະ ທ່ານນາງນາຍົກລັດຖະມົນຕີ ລັດເວຍ Laimdota Straujuma (ພາບ: Reuters)

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Boyko Borissov ຢືນຢັນວ່າ: ກອງປະຊຸມສຸດຍອດຈະຊ່ວຍໃຫ້ ເອີຣົບ ເຂັ້ມແຂງກ່ວາເກົ່າ ພ້ອມທັງອະນຸຍາດໃຫ້ບັນດາປະເທດດ້ອຍພັດທະນາຄ່ອຍໆທ່ວງທັນກັບລະດັບການພັດທະນາຂອງບັດດາປະເທດທີ່ກ້າວໜ້າໃນພາກພື້ນ.

ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ເນັ້ນໜັກວ່າ ກອງປະຊຸມສຸດຍອດ 16+1 ບໍ່ແນໃສ່ກໍ່ຄວາມແບ່ງແຍກ ເອີຣົບ, ແຕ່ກົງກັນຂ້າມມັນພັດສ້າງໂອກາດໃໝ່ໃຫ້ການພັດທະນາໃນພາກພື້ນ.