ໄຂກອງປະຊຸມສຸດຍອດລັດຖະບານທົ່ວໂລກຄັ້ງທີ 7 (ພາບ: arabianbusiness.com)

ກອງປະຊຸມໄດ້ດຳເນີນແຕ່ວັນທີ 10 – 12 ກຸມພາ ເພືຶ່ອແນໃສ່ປຶກສາຫາລືບັນດາວິທີການກຳນົດທິດໃນອະນາຄົດຂອງບັນດາລັດຖະບານ.

ທ່ານນາຍົກລັດຖະມົນຕີ ສະຫະລັດອາຣັບເອມີເລັດ Mohammed bin Rashid Al Maktoum ໃຫ້ຮູ້ວ່າ: ກອງປະຊຸມສຸດຍອດລັດຖະບານທົ່ວໂລກປີນີ້ ຈະສຸມໃສ່ດ້ານມະນຸດດ້ວຍຈຸດໝາຍຄາດຄະເນອະນາຄົດຂອງບັນດາຂົງເຂດແຕກຕ່າງກັນ ແນໃສ່ປັບປຸງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ກອງປະຊຸມກໍ່ຈະສຸມຄວາມມານະພະຍາຍາມ ແລະ ຂໍ້ລິເລີ່ມ ແນໃສ່ປັບປຸງຄວາມວັດທະນາຖາວອນຂອງປະຊາຊົນ.