ໄຂກອງປະຊຸມສຸດຍອດສະຫະພາບອາຟຣີກາຄັ້ງທີ 32 (ພາບ: Issafrica)

ກອງປະຊຸມໄດ້ດຳເນີນເປັນເວລາ 2 ວັນ ດ້ວຍຫົວຂໍ້ວ່າ: “ຊາວລີ້ໄພ, ຊາວກັບຄືນສູ່ບ້ານເກີດ ແລະ ຊາວພັດຖິ່ນ, ມຸ່ງໄປເຖິງມາດຕະການແບບຍືນຍົງໃຫ້ແກ່ບັນຫາຊາວອົບພະຍົບຢູ່ ອາຟຣີກາ”.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານຄະນະກຳມະການ AU Moussa Faki Mahamat ໄດ້ຮຽກຮ້ອງບັນດາປະເທດສະມາຊິກມານະພະຍາຍາມກ່ວາອີກ ເພື່ອບັນລຸໄດ້ບັນດາຄວາມກ້າວໜ້າໃນຫລາຍຂົງເຂດ, ໃນນັ້ນ ມີການຄ້າເສລີໃນທະວີບ, ສັນຕິພາບ ແລະ ຄວາມໝັ້ນຄົງ, ປັບປຸງລະບອບລະບຽບການ ແລະ ການເງິນໃນ AU.