ແຕ່ວັນທີ 24-26/8, ທ່ານຫງວຽນວັນທັງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ ລາຍການການນຳ ຫວຽດນາມ (VLP) 2026 ຢູ່ ມະຫາວິທະຍາໄລ ໂກລົມເບຍ, ນິວຢອກ, ສະຫະລັດ ອາເມລິກາ. ກ່າວຄໍາເຫັນ ໄຂລາຍການ ໃນວັນທີ 24 ສິງຫາ, ຕາມເວລາ ທ້ອງຖິ່ນ, ທ່ານ ຮອງນາຍົກລັດຖະມົນຕີ ຫງວຽນວັນທັງ ໄດ້ຕີລາຄາສູງ ເນື້ອໃນ ການແລກປ່ຽນ ນະໂຍບາຍ ຂອງລາຍການການນຳ ຫວຽດນາມ 2026 ດ້ວຍບັນດາຫົວຂໍ້ ທີ່ມີຄວາມໝາຍແທດຈິງກັບຄວາມຕ້ອງການການພັດທະນາ ຂອງຫວຽດນາມ. ທ່ານ ຮອງນາຍົກລັດຖະມົນຕີ ສະແດງຄວາມຫວັງວ່າ ບັນດາວາລະປຶກສາຫາລືຢ່າງ ເລິກເຊິ່ງ ຈະນໍາມາເຊິ່ງ ທັດສະນະທີ່ຫຼາກຫຼາຍ, ສະໜອງ ບັນດາ ຫຼັກຖານດ້ານວິທະຍາສາດ ແລະ ພຶດຕິກຳຕົວຈິງ, ປະກອບສ່ວນໜູນ ຊ່ວຍຫວຽດນາມ ໃນການວາງ ນະໂຍບາຍ ພັດທະນາ.
ເມື່ອແລກປ່ຽນຄວາມຄິດຄວາມເຫັນ ກັບບັນດາສາດສະດາຈານ, ຜູ້ຊ່ຽວຊານ ຂອງ ມະຫາວິທະຍາໄລ ໂກລົມເບຍ ແລະ ສະຫະລັດ ອາເມລິກາ, ທ່ານ ຮອງນາຍົກລັດຖະມົນຕີ ຫງວຽນວັນທັງ ໄດ້ແບ່ງປັນບັນດາມາດຕະການເພື່ອແນ່ໃສ່ ປະຕິບັດການຫັນເປົ້າໝາຍເຕີບໂຕ ໃຫ້ບັນລຸ 2 ຕົວເລກ, ປັບປຸງ ຄວາມສາມາດກຸ້ມຕົນເອງ ທາງດ້ານ ເສດຖະກິດຂອງ ຫວຽດນາມໃຫ້ປະກົດຜົນເປັນຈິງ; ຊຸກຍູ້ ສາຍພົວພັນການຄ້າທີ່ສົມດຸນ, ຍືນຍົງ; ເຮັດແຈ້ງບັນດາ ທິດທາງໃຫຍ່ ຂອງຫວຽດນາມ ກ່ຽວກັບ ການປ່ຽນແປງໃໝ່ຮູບແບບການພັດທະນາ, ປັບປຸງ ລະບອບລະບຽບການພັດທະນາ AI ຢ່າງປອດໄພ ແລະ ໂຄງລ່າງ ການເງິນດີຈີຕອນໃຫ້ສົມບູນ; ພ້ອມທັງ ສະເໜີໃຫ້ ບັນດາ ນັກຮຽນຮູ້ແຖວໜ້າ ຂອງ ອາເມລິກາ ແບ່ງປັນ ບົດຮຽນ, ໃຫ້ຄໍາປຶກສາດ້ານນະໂຍບາຍຢ່າງແທ້ຈິງໃຫ້ກັບ ຫວຽດນາມ ໃນໄລຍະ ຕໍ່ໄປ.
