ແຕ່ວັນທີ 24-26/8, ທ່ານຫງວຽນວັນທັງ ຮອງນາຍົກລັດຖະມົນຕີຫວຽດ​ນາມ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ ລາຍການການ​ນຳ ຫວຽດນາມ (VLP) 2026 ຢູ່ ມະຫາວິທະຍາໄລ ໂກລົມເບຍ, ນິວຢອກ, ສະຫະລັດ ອາເມລິກາ. ກ່າວຄໍາເຫັນ ໄຂລາຍການ ໃນວັນ​ທີ 24 ສິງ​ຫາ, ຕາມເວລາ ທ້ອງຖິ່ນ, ທ່ານ ຮອງນາຍົກລັດຖະມົນຕີ ຫງວຽນວັນທັງ ໄດ້ຕີລາຄາສູງ ເນື້ອໃນ ການແລກປ່ຽນ ນະໂຍບາຍ ຂອງລາຍ​ການການ​ນຳ ຫວຽດນາມ 2026 ດ້ວຍບັນດາຫົວຂໍ້ ທີ່ມີຄວາມໝາຍແທດ​ຈິງກັບຄວາມຕ້ອງການການພັດທະນາ ຂອງຫວຽດນາມ. ທ່ານ ຮອງນາຍົກລັດຖະມົນຕີ ສະແດງຄວາມຫວັງວ່າ ບັນດາວາລະປຶກ​ສາ​ຫາ​ລືຢ່າງ ເລິກເຊິ່ງ ຈະນໍາມາເຊິ່ງ ທັດ​ສະ​ນະທີ່ຫຼາກຫຼາຍ, ສະໜອງ ບັນດາ ຫຼັກຖານດ້ານວິທະຍາສາດ ແລະ ພຶດ​ຕິ​ກຳຕົວຈິງ, ປະກອບສ່ວນໜູນ ຊ່ວຍຫວຽດນາມ ໃນການວາງ ນະໂຍບາຍ ພັດທະນາ.

ເມື່ອແລກປ່ຽນຄວາມຄິດຄວາມເຫັນ ກັບບັນດາສາດ​ສະ​ດາ​ຈານ, ຜູ້ຊ່ຽວຊານ ຂອງ ມະຫາວິທະຍາໄລ ໂກລົມ​ເບຍ ແລະ ສະຫະລັດ ອາເມລິກາ, ທ່ານ ຮອງນາຍົກລັດຖະມົນຕີ ຫງວຽນວັນທັງ ໄດ້ແບ່ງປັນບັນດາມາດ​ຕະ​ການເພື່ອແນ່ໃສ່ ປະ​ຕິ​ບັດ​ການ​ຫັນເປົ້​າ​ໝາຍ​ເຕີບໂຕ ໃຫ້ບັນ​ລຸ 2 ຕົວເລກ, ປັບ​ປຸງ ຄວາມສາມາດກຸ້ມຕົນເອງ ​ທາງ​ດ້ານ ເສດຖະກິດ​ຂອງ ຫວຽດນາມໃຫ້​ປະ​ກົດ​ຜົນ​ເປັນ​ຈິງ; ຊຸກຍູ້ ສາຍພົວພັນການຄ້າທີ່ສົມດຸນ, ຍືນຍົງ; ເຮັດແຈ້ງບັນດາ ທິດທາງໃຫຍ່ ຂອງຫວຽດນາມ ກ່ຽວກັບ ການປ່ຽນແປງໃໝ່ຮູບແບບການພັດທະນາ, ປັບປຸງ ລະບອບ​ລະ​ບຽບ​ການພັດທະນາ AI ຢ່າງປອດໄພ ແລະ ໂຄງລ່າງ ການເງິນດີຈີຕອນໃຫ້​ສົມ​ບູນ​; ພ້ອມທັງ ສະເໜີໃຫ້ ບັນດາ ນັກຮຽ​ນ​ຮູ້ແຖວໜ້າ ຂອງ ອາເມລິກາ ແບ່ງປັນ ບົດຮຽນ, ໃຫ້ຄໍາປຶກສາດ້​ານນະໂຍບາຍຢ່າງ​ແທ້​ຈິງໃຫ້ກັບ ຫວຽດນາມ ໃນໄລຍະ ຕໍ່ໄປ.