ລາຍການສິລະປະ: "Arabica ເຊີນລາ" ພາບ:VOV

ກ່າວຄຳເຫັນໄຂພິທີ, ທ່ານຫງວຽນຫຶງດົງ, ເລຂາພັກແຂວງ, ຫົວຫນ້າ ຄະນະສະມາຊິກສະພາແຫ່ງຊາດ ແຂວງ ເຊີນລາ ເນັ້ນຫນັກວ່າ:

ດ້ວຍການເຄື່ອນໄຫວຫລາຍຢ່າງ, ງານບຸນກາເຟ ເຊີນລາ ຄັ້ງນີ້ ປາດຖະຫນາຢາກແນະນຳ ໂຄສະນາ ສະຫນອງຂໍ້ມູນລະອຽດກ່ຽວກັບ ຜະລິດຕະພັນກາເຟ Arabica ເຊີນລາ ເຖິງບັນດາວິສາຫະກິດ, ຜູ້ບໍລິໂພກຢູ່ ພາຍໃນ ແລະ ຕ່າງປະເທດ; ດຶງດູດບັນດາວິສາຫະກິດມາລົງທຶນກໍ່ສ້າງໂຮງງານປຸງແຕ່ງບັນດາຜະລິດຕະພັນກາເຟ ເພື່ອຍົກສູງຄຸນຄ່າຂອງ ກາເຟ.”

ຕອນບ່າຍວັນດຽວກັນ ຢູ່ ນະຄອນ ເຊີນລາ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈິມິນ ຢູ່ ວິຫານບູຊາປະທານໂຮ່ຈິມິນ. ຕອນເຊົ້າວັນທີ 21 ຕຸລາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມ, ພົບປະກັບປະຊາຊົນຢູ່ເຂດປູກ ກາເຟ, ຕັດແຖບຜ້າເປີດຕົວຕ່ອງໂສ້ການຜະລິດຂອງໂຮງງານປຸງແຕ່ງກາເຟ ເຊີນລາ.