![]() ລາຍການສະແດງສິລະປະທີ່ພິທີໄຂງານບຸນດອອກບັກວິດ “ພະລັງຊີວິດເຂດພູພຽງຫີນ”. |
ດ້ວຍຫົວຂໍ້ “ພະລັງຊີວິດເຂດພູພຽງຫີນ” ງານບຸນດອກບັກວິດ ແນໃສ່ໂຄສະນາ ແລະ ຊຸກຍູ້ການທ່ອງທ່ຽວໃນແຂວງຮ່າຢາງ. ມາຮ່ວມງານບຸນແຂກທ່ອງທ່ຽວຈະໄດ້ຮັບຊົມຄວາມງາມຂອງດອກບັກວິດ ນອກຈາກນັ້ນກໍ່ຍັງຈະໄດ້ຢ້ຽມຊົມຄົ້ນຫາຄວາມເປັນເອກະລັກສະເພາະຂອງວັດທະນະທຳ ແລະ ປະຊາຊົນຢູ່ເຂດພູພຽງຫີນ ດົ່ງວັນ ທີ່ໃຫຍ່ໂຕມະໂຫຖານ. ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ຮ່າຢາງ ຫງວຽນວັນເຊີນ ເນັ້ນໜັກວ່າ ນີ້ແມ່ນເຫດການວັດທະນະທຳທ່ອງທ່ຽວທີ່ສຳຄັນ ແນໃສ່ເຊີດຊູຄວາມງາມຂອງດອກໄມ້ທີ່ເປັນເອກະລັກສະເພາະຢູ່ເຂດພູພຽງຫີນ ແລະ ແຜ່ກະຈາຍບັນດາຄຸນຄ່າທີ່ເປັນເອກະລັກ, ບັນດາຮູບພາບທີ່ສວຍງາມ ກ່ຽວກັບທຳມະຊາດ ປະຊາຊົນ ວັດທະນະທຳ ຄວາມຄາດຫວັງບືນຕົວຂຶ້ນຂອງພໍ່ແມ່ພີ່ນ້ອງບັນດາເຜົ່າໃນແຂວງ ຮ່າຢາງ.

