ພິທີ ໄຂງານຕະຫລາດນັດ ຮຸ່ງເວືອງ 2018 |
ງານຕະຫລາດນັດປີນີ້ ໄດ້ດຶງດູດວິສາຫະກິດມາເຂົ້າຮ່ວມກ່ວາ 200 ແຫ່ງ ດ້ວຍຈຳນວນຮ້ານວາງສະແດງຂາຍສິນຄ້າ 350 ຮ້ານ ເພື່ອແນໃສ່ແນະນຳຄວາມສາມາດບົ່ມຊ້ອນ, ທ່າແຮງ, ກາລະໂອກາດລົງທຶນ, ຄວາມກ້າວໜ້າທາງດ້ານວິທະຍາສາດ-ເຕັກນິກ…ທ່ານ ຫງວຽນແມ້ງຮຸ່ງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ຟູ໋ທໍ້ ຫົວໜ້າຄະນະຈັດຕັ້ງງານຕະຫລາດນັດໃຫ້ຮູ້ວ່າ:
“ໂດຍຜ່ານງານຕະຫລາດນັດຄັ້ງນີ້, ທາງແຂວງກໍ່ປາດຖະໜາຢາກເຊີນບັນດາວິສາຫະກິດໃນທົ່ວປະເທດມາເຂົ້າຮ່ວມໃນບັນດາຮ້ານວາງສະແດງຂາຍດິນຄ້າ, ໂຄສະນາຜະລິດຕະພັນ, ພິເສດແມ່ນ ນຳບັນດາຜະລິດຕະພັນພາຍໃນແຂວງ, ບັນດາໝູ່ບ້ານອາຊີບ, ບັນດາເຂດອຸດສາຫະກຳ, ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງແຂວງ ເພື່ອແລກປ່ຽນຄ້າຂາຍ, ໂຄສະນາ, ແລກປ່ຽນກັບບັນດາແຂວງເພື່ອນມິດ”.
ງານຕະຫລາດນັດຈະດຳເນີນຈົນຮອດວັນທີ 25 ເມສາ 2018 ຈຶ່ງອັດລົງ.

