ພິທີໄຂງານວາງສະແດງ “ ບັນດາເສັ້ນທາງຍາມລະດູບານໃໝ່ ” |
ງານວາງສະແດງ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 30 ມັງກອນ ຊຶ່ງໄດ້ວາງສະແດງຮູບຖ່າຍ 40 ກ່ວາແຜ່ນ ຊຶ່ງໄດ້ຮັບການເລືອກເຟັ້ນໃນຊຸດສະສົມຂອງ ຫໍພິພິທະພັນວິຈິດຕະກຳຫວຽດນາມ ກ່ຽວກັບຫົວເລື່ອງລະດູບານໃໝ່, ສ່ອງແສງສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນຂອງປະເທດຊາດ. ພ້ອມກັນນັ້ນ, ກໍຍັງມີຮູບຖ່າຍກ່ຽວກັບງານບຸນລະດູບານໃໝ່, ຕະຫຼາດບຸນເຕັດ, ບັນດາຍາກາດອອກແຮງງານ, ທຳການຜະລິດຍາມຕົ້ນປີ ແລະ ພິເສດແມ່ນຮູບຖ່າຍກ່ຽວກັບປະທານໂຮ່ຈິມິນພວມຂີ່ມ້າໃນທ່າມກາງ ສີສັນລະດູບານໃໝ່.
ງານວາງສະແດງ“ ບັນດາເສັ້ນທາງຍາມລະດູບານໃໝ່ ” ຈະດຳເນີນຢູ່ຮ່າໂນ້ຍ ຈົນຮອດວັນທີ 20 ກຸມພາປີ 2019 ຈຶ່ງຈະອັດລົງ.

