ທ່ານ ເວືອງຢູຍບຽນ ຮອງລັດຖະມົນຕີກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ

ພາບ:toquoc.vn

ເຫດການນີ້ໄດ້ດຳເນີນແຕ່ວັນທີ 21- 23 ພະຈິກ ດ້ວຍການເຄື່ອນໄຫວຫລາຍຢ່າງ ເພື່ອແນໃສ່ປະກອບສ່ວນຍົກສູງສະຕິຄວາມຮັບຮູ້ຂອງວົງຄະນາຍາດໃນການຮ່ວມແຮງຮ່ວມໃຈອະນຸລັກຮັກສາມໍລະດົກວັດທະນະທຳ, ມໍລະດົກທຳມະຊາດຂອງຊາດ. ພິເສດ ທີ່ງານວາງສະແດງ “ຄວາມປະທັບໃຈມໍລະດົກທຳມະຊາດຫວຽດນາມ”, ຜ່ານບັນດາຮູບແບບ, ວັດຖຸພັນ, ຮູບພາບ, ເທບບັນທຶກພາບ, ສິລະປະຈັດວາງ, ລາຍການສະແດງສິລະປະ.. ບັນດາຄຸນຄ່າທີ່ເປັນເອກະລັກສະເພາະຂອງມໍລະດົກທຳມະຊາດຂອງຫວຽດນາມ ແລະ ໂລກຄື: ມໍລະດົກທຳມະຊາດໂລກ ອ່າວຮ້າລອງ (ກວ໋າງນີງ), ປ່າສະຫງວນແຫ່ງຊາດ ຟອງຍາ- ແກ໋ບາງ (ກວ໋າງບີງ), ມໍລະດົກວັດທະນະທຳ ແລະ ທຳມະຊາດ ກຸ່ມທັດສະນີຍະພາບ ຈ່າງອານ (ນີງບີງ), ເຂດນິເວດທຳມະຊາດປ່າຊາຍເລນ ເກີນເຢີ (ນະຄອນໂຮ່ຈິມີນ) ຈະໄດ້ແນະນຳເຖິງມະຫາຊົນ.