![]() ວາລະປະຊຸມຄັ້ງທີ 7 ຄະນະປະຈຳສະພາແຫ່ງຊາດ
|
(vovworld) - ຕອນເຊົ້າວັນທີ 20/2, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ໄຂວາລະປະຊຸມຄັ້ງທີ 7. ຕາມແຜນການດຳເນີນງານແລ້ວ, ຄາດວ່າ, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນກ່ຽວກັບບັນດາບັນຫາໃຫຍ່ທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງປະມວນກົດໝາຍອາຍາປີ 2015 ແລະ ຮ່າງກົດໝາຍວ່າດ້ວຍຊົນລະປະທານ. ຄະນະປະຈຳສະພາແຫ່ງຊາດ ກໍ່ຈະມີບາງຄຳເຫັນກ່ຽວກັບເລື່ອງປະກາດໃຊ້ດຳລັດຂອງລັດຖະບານ ທີ່ກຳນົດບາງກົນໄກ, ນະໂຍບາຍ, ການເງິນ - ທະນາຄານ ສະເພາະຂອງນະຄອນ ໂຮ່ຈີມິນ, ປະກອບຄຳເຫັນກ່ຽວກັບຊີລາຍຊື່ໂຄງການ ແລະ ລະດັບຈັດແບ່ງທຶນລະອຽດສຳລັບແຕ່ລະໂຄງການໃນແຜນການລົງທຶນຂອງລັດໄລຍະກາງໃນ 2016 – 2020. ວາລະປະຊຸມດຳເນີນໃນເວລາ 2 ວັນ, ແຕ່ວັນທີ 20 – 21/2.

