ບັນດາຄອບຄົວປູກໝາກຂຽບ ຢູ່ຈີລັງ ເກັບໄດ້ລາຍຮັບນັບຮ້ອຍລ້ານ ຫາ ຕື້ດົງ |
ນີ້ແມ່ນການເຄື່ອນໄຫວປະກອບສ່ວນໂຄສະນາພາບພົດ, ຍູ້ແຮງການສົ່ງເສີມການຄ້າຜະລິດຕະພັນຂອງເມືອງຈີລັງ ເວົ້າສະເພາະ ແລະບັນດາຜະລິດຕະພັນກະເສດທີ່ເປັນເອກະລັກຂອງແຂວງ ລ້າງເຊີນ ເວົ້າລວມ. ເມື່ອທຽບໃສ່ວັນບຸນໝາກຂຽບ ຈີລັງຄັ້ງທໍາອິດແລ້ວ, ເຫັນວ່າຂອບຂະໜາດຂອງເຫດການປີນີ້ ແມ່ນໃຫຍ່ກວ່າ, ນັບທັງດ້ານຈໍານວນຮ້ານວາງສະແດງ ກໍຄືຫົວໜ່ວຍເຂົ້າຮ່ວມງານວາງສະແດງຜະລິດຕະພັນ ດ້ວຍຈຸດພົ້ນເດັ່ນແມ່ນຜະລິດຕະພັນກະເສດປອດສານພິດຕາມມາດຕະຖານ VietGap.

