ທ່ານສົມດີ ບຸນຄຸນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວມາມອບຊໍ່ດອກໄມ້ອວຍພອນ |
ທ່ານທອງສະລິດ ມັງໜໍ່ເມັກ ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ, ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ, ທ່ານສົມດີ ບຸນຄຸນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ໄປອວຍພອນບັນດາ ຜົນງານທີ່ຍິ່ງໃຫຍ່ ຊຶ່ງພັກ, ລັດ ແລະ ປະຊາຊົນຫວຽດນາມຍາດມາໄດ້ໃນ 91 ປີທີ່ຜ່ານມາ.
ການນຳ ບັນດາກະຊວງ, ຂະແໜງການຕ່າງໆຂອງລາວ ສະແດງຄວາມເຊື່ອໝັ້ນວ່າ ໂດຍພາຍໃຕ້ການນຳພາຂອງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດໃຫຍ່ນັ້ນ, ຫວຽດນາມຈະມາມາດຜ່ານຜ່າຄວາມຫຍຸ້ງຍາກຍ້ອນ ໂລກລະບາດ Covid – 19 ກໍ່ຂຶ້ນ, ຍາດໄດ້ບັນດາຜົນງານໃໝ່ທີ່ຍິ່ງໃຫຍ່ກ່ວາເກົ່າ ແລະ ເຮັດສຳເລັດບັນດາເປົ້າໝາຍຊຶ່ງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງອອກ.

