(ພາບ: ຄະນະຈັດຕັ້ງ)
ຜ່ານເຕັກໂນໂລຊີສະເໝືອນຈິງ, ຜູ້ຊົມຄືດັ່ງເຂົ້າຮ່ວມຈຸດເວລາຂອງວັນທີ 02 ກັນຍາ 1945 ຢູ່ສະໜາມຫຼວງ ບາດິ່ງ, ເຈືອຈານເຂົ້າກັບຫຼາຍຄົນຮັບຟັງລຸງ ໂຮ່ ອ່ານບົດຖະແຫຼງປະກາດເອກະລາດ, ເພື່ອຮູ້ສຶກໄດ້ເຖິງບັນຍາດກາດອັນເບີກບານພາກພູມໃຈຂອງປະຊາຊົນນັບໝື່ນຄົນ ໃນມື້ທຳອິດກາຍເປັນປະຊາຊົນຂອງປະເທດທີ່ມີເອກະລາດ.
ພາຍໃຕ້ການຊີ້ນຳຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV), ສື່ເອກເລັກໂຕນິກ VTC New ສົມທົບກັບສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ CDIT ຂຶ້ນກັບສະຖາບັນໄປສະນີໂທລະຄົມ ໄດ້ຈັດລາຍການ “ກັບຄືນໄປຫາຈຸດເວລາອັນສັກກະລະບູຊາ”, ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນການປະຕິວັດເດືອນ ສິງຫາ (19 ສິງຫາ 1945 – 18 ສິງຫາ 2026) ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ, 50 ປີນະຄອນ ໄຊງ່ອນ - ຢາດິ້ງ ເປັນກຽດໄດ້ໃສ່ຊື່ຂອງປະທານ ໂຮ່ຈີມິນ (02 ກໍລະກົດ 1976 – 02 ກໍລະກົດ 2026).
ເລື່ອງເລືອກເອົາຫໍເອກະລາດ ເປັນສະຖານທີ່ຈັດຕັ້ງ ໄດ້ສ້າງຄວາມໝາຍໃຫ້ແກ່ລາຍການຕື່ມອີກ. ການປະພຶດຕົວຈິງພາມະຫາຊົນກັບຄືນໄປຫາຈຸດເວລາສະຖາປະນາປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ຢູ່ສະໜາມຫຼວງ ບາດິ່ງ ປີ 1945 ໄດ້ຈັດຢູ່ເຂດຮ່ອງຮອຍປະຫວັດສາດແຫ່ງຊາດພິເສດ ຕິດພັນກັບຂີດໝາຍທ້ອນໂຮມປະເທດຊາດເປັນເອກະພາບໃນປີ 1975.
ໂດຍໄດ້ເປີດຕົວອອກສູ່ມະຫາຊົນກົງກັບໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ປີ 2025, “ກັບຄືນໄປຫາຈຸດເວລາອັນສັກກະລະບູຊາ”, ໄດ້ສ້າງຄວາມດຶງດູດຕໍ່ມະຫາຊົນຢ່າງໃຫຍ່ຫຼວງຈາກ ຮ່າໂນ້ຍ, ກວາງນິງ ແລະ ເງະອານ.
