(ພາບ: TTXVN)
ວັນທີ 29 ກໍລະກົດ, ບັນດາອົງການປະສານງານຊາຍແດນຂອງ ໄທ ແລະ ກຳປູເຈຍ ໄດ້ເຫັນດີສືບຕໍ່ປະຕິບັດຂໍ້ຕົກລົງຢຸດຍິງຢ່າງເຂັ້ມງວດ, ບໍ່ມີການປະທຳເກາະຜິດຢູ່ລຽບຕາມຊາຍແດນ ແລະ ຍັງບໍ່ທັນເປີດປະຕູດ່ານຊາຍແດນລະຫວ່າງ 2 ປະເທດຄືນໃໝ່, ຍົກເວັ້ນຮັບໃຊ້ເລື່ອງພົນລະເມືອງກັບເມືອປະເທດ.
ທີ່ການປະຊຸມຈັດຂຶ້ນຢູ່ດ່ານຊາຍແດນ Ban Khlong Luek, ແຂວງ Sa Kaeo, ໄທ, ຜູ້ຕາງໜ້າ 2 ຝ່າຍໄດ້ເຫັນດີເປັນເອກະພາບຈະເພີ່ມທະວີການສົມທົບກັນ ເພື່ອຮັບປະກັນໃຫ້ບັນດາການເຄື່ອນໄຫວໜູນຊ່ວຍມະນຸດສະທຳສຳລັບປະຊາຊົນ 2 ປະເທດໄດ້ຮັບການຜັນຂະຫຍາຍຢ່າງຄົບຖ້ວນ ແລະ ມີປະສິດທິຜົນ. 2 ຝ່າຍກໍ່ຢືນຢັນການໄປມາຂ້າມແດນຍັງບໍ່ທັນໄດ້ຟື້ນຟູ. ປະຈຸບັນ, ບັນດາດ່ານຊາຍແດນພຽງແຕ່ເຄື່ອນໄຫວເພື່ອໃຫ້ລະເມືອງ ກຳປູເຈຍ ກັບເມືອປະເທດ ແລະ ຮັບພົນລະເມືອງ ໄທ ກັບເມືອປະເທດເທົ່ານັ້ນ.
