ຢູ່ ໄທ, ຝົນຕົກໜັກໃນຊຸມ​ມື້ຜ່ານມາໄດ້ເຮັດໃຫ້ເກີດ​ສະ​ພາບດິນເຊາະເຈື່ອນ ​4 ຄັ້ງ, ເກີດ​ສະ​ພາບ​ນ້ຳ​ໄຫຼ​ຊຸ 2 ຄັ້ງ. ມີ​ປະມານ 300 ຄອບຄົວ​ຢູ່ແຂວງ ເພັດຊະບູນ ຕ້ອງ​ຍົກ​ຍ້າຍໄປຍັງ​ເຂດປອດໄພ. ​ຢູ່ແຂວງ ສຸຣາດທານີ, ແມ່ຮ່ອງສອນ ແລະ ຊຽງໃໝ່, ບັນ​ດາ​ເຫດດິນ​ເຊາະເຈື່ອນໄດ້ຕັດຂາດ​ເສັ້ນ​ທາງ​ຈຳ​ນວນ​ໜຶ່ງ, ​ເຮັດ​ໃຫ້​ການສັນຈອນໄປ​ມາ​ຖືກ​ຂາດ​ຕອນ.

​ ສ່ວນ​ຢູ່ ມາເລເຊຍ, ຝົນຕົກໜັກໄດ້ເຮັດໃຫ້ເກີດສະ​ພາບນໍ້າຖ້ວມ​ຢູ່ລັດ Kelantan, ​ເຮັດ​ໃຫ້ເຈົ້າໜ້າທີ່ຕ້ອງເປີດສູນອົບພະຍົບຊົ່ວຄາວ 5 ແຫ່ງ​ຢູ່​ທ້ອງ​ຖິ່ນ. ​ໄລ່ຮອດວັນທີ 20 ກັນຍາ, ກຳລັງປົກປ້ອງພົນລະເຮືອນ ມາເລເຊຍ ໄດ້ໜູນຊ່ວຍ​ນຳປະຊາຊົນກວ່າ 220 ຄົນໄປ​ອົບ​ພະ​ຍົບ.

ຄາດ​ວ່າ, ສະ​ພາບຝົນຕົກໜັກຈະສືບຕໍ່ເກີດ​ຂຶ້ນ​ຢູ່​ບັນ​ດາ​ທ້ອງ​ຖິ່ນ ດ້ວຍ​ການ​ເຕືອນ​ໄພ​ກ່ຽວ​ກັບ​ສະ​ພາບ​ນ້ຳ​ໄຫຼ​ຊຸ ແລະ ດິນ​ເຊາະເຈື່ອນ.