(ພາບ: ກະຊວງການຕ່າງປະເທດ ໄທ)
ໄທ ສະໜັບສະໜູນບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສືບຕໍ່ຖືການສົນທະນາເຈລະຈາສອງຝ່າຍເປັນແບບວິທີສຳຄັນເພື່ອແກ້ໄຂຄວາມບໍ່ລົງລອຍກັນກັບ ກຳປູເຈຍ. ທ່ານ ສີຫະສັກ ພວງເກດແກ້ວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄທ ໄດ້ເນັ້ນໜັກຄືແນວນັ້ນໃນການແລກປ່ຽນກັບສື່ມວນຊົນໃນວັນທີ 18 ຕຸລາ ກ່ຽວກັບໝາກຜົນຂອງກອງປະຊຸມຄັ້ງທີ 2 ຄະນະກຳມະການໄກເກ່ຍກ່ຽວກັບການແບ່ງເສັ້ນຊາຍແດນທາງທະເລລະຫວ່າງ ໄທ ແລະ ກຳປູເຈຍ ທີ່ຫາກໍ່ຈັດຂຶ້ນຢູ່ ລາໄຮ (ໂຮນລັງ).
ທ່ານ ສີຫະສັກ ພວງເກດແກ້ວ ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ບັນຫານິຕິກຳ ແລະ ຕັກນິກກ່ຽວຂ້ອງເຖິງການແບ່ງເສັ້ນຊາຍແດນທາງທະເລ. ໄທ ແລະ ກຳປູເຈຍ ໄດ້ນຳສະເໜີ ແລະ ຊີ້ແຈ້ງທັດສະນະຂອງຕົນ, ສ້າງພື້ນຖານເພື່ອໃຫ້ຄະນະກຳມະການໄກເກ່ຍສືບຕໍ່ຄົ້ນຄວ້າ, ພິຈາລະນາ ແລະ ຍົກອອກບັນດາຂໍ້ສະເໜີແນະໃນອະນາຄົດ. ທ່ານຢືນຢັນ ໄທ ພ້ອມແລ້ວທີ່ຈະຮ່ວມມື ແລະ ຊຸກຍູ້ວິວັດການໄກເກ່ຍ ບົນເນື້ອໃນຈິດໃຈສ້າງສັນ, ແຕ່ກໍ່ເນັ້ນໜັກເຖິງຄວາມຮຽກຮ້ອງຮັບປະກັນຜົນປະໂຫຍດແຫ່ງຊາດ ແລະ ອະທິປະໄຕຂອງ ໄທ.
