ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ ຫວຽດນາມ ພວມຍູ້ໄວການປັບປຸງສະພາບແວດລ້ອມນິຕິກຳທີໂປ່ງໃສ, ເຊີດຊູຄວາມສຳຄັນຂອງການປົກປ້ອງສິດຊັບສິນທາງປັນຍາ, ສ້າງເງື່ອນໄຂສະດວກໃຫ້ແກ່ການລົງທຶນ, ດຳເນີນທຸລະກິດຂອງບັນດາວິສາຫະກິດເຕັກໂນໂລຢີສູງ, ບົນເນື້ອໃນຈິດໃຈສ້າງສາພັດທະນາ, ຕິດພັນກັບການຫັນເປັນດີຈີຕອນຮູບແບບພັດທະນາໂດຍຖືວິທະຍາສາດເຕັກໂນໂລຢີເປັນພື້ນຖານ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ສະເໜີໃຫ້ກຸ່ມບໍລິສັດ Amazon ສືບຕໍ່ແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ໃນການຜັນຂະຫຍາຍມະຕິສະບັບເລກທີ 57 ວ່າດ້ວຍການບຸກທະລຸວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ, ປະກອບສ່ວນຢ່າງແທດຈິງເຂົ້າໃນບັນດາຂົງເຂດພື້ນຖານໂຄງລ່າງດ້ານຂໍ້ມູນຂ່າວສານ, ເຕັກໂນໂລຢີປັນຍາປະດິດ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຢູ່ ຫວຽດນາມ.
ສ່ວນທ່ານຮອງປະທານກຸ່ມບໍລິສັດ Amazon ເນັ້ນໜັກວ່າ ທາງກຸ່ມບໍລິສັດໃຫ້ຄຳໝັ້ນສັນຍາລົງທຶນຍາວນານຢູ່ ຫວຽດນາມ, ກຽມພ້ອມຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງດີຈີຕອນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.
