ຟີລິບປິນ ຈະເປັນປະທານບັນດາການປຶກສາຫາລືສຳຄັນກ່ຽວກັບຄວາມໝັ້ນຄົງໃນພາກພື້ນ, ສິດທິມະນຸດ ແລະ ພູມີສາດການເມືອງເປັນປົກກະຕິເມື່ອເປັນເຈົ້າພາບຈັດຂຶ້ນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງແຕ່ວັນທີ 20 – 24 ກໍລະກົດ.
ໃນການຖະແຫຼງຂ່າວໃນວັນທີ 20 ກໍລະກົດ, ຢູ່ຟີລິບປິນ, ທ່ານ Dominic Xavier Imperial ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຟີລິບປິນ ທັງເປັນໂຄສົກ ອາຊຽນ ໃຫ້ຮູ້ວ່າ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 59 ຈະພິຈາລະນາ ຄວາມຄືບໜ້າທີ່ບັນລຸໄດ້ໃນສາມເສົາຄ້ຳປະຊາຄົມຂອງ ອາຊຽນ, ຕີລາຄາການພົວພັນທາງການຕ່າງປະເທດ ແລະ ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາຮີບດ່ວນສາກົນ. ທ່ານໃຫ້ຮູ້ວ່າ
“ຄາດວ່າບັນດາລັດຖະມົນຕີ ຈະຮັບຮອງເອົາ ເອກະສານສະຫຼຸບສຳຄັນສອງສຳບັບ , ລວມມີຖະແຫຼງການຮ່ວມ AMM59 ແລະ ເອກະສານແນະນຳກ່ຽວກັບບັນດາມາດຕະການຮ່ວມມືຂອງ ອາຊຽນ ກັບບັນດາປະເທດເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC). ຖະແຫຼງການຮ່ວມແມ່ນເອກະສານຮອບດ້ານສ່ອງແສງບັນດາການຕັດສິນໃນພາກພື້ນ, ຫຼັກໝັ້ນກ່ຽວກັບບັນດາການຜັນແປຂອງສາກົນ ແລະ ບັນດາບຸລິມະສິດຫຼັກແຫຼ່ງ.
