ອະນຸລັກຮັກສາ, ບູລະນະປະຕິສັງຂອນເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ ເງະອານ (ພາບ: VGP) |
ຕາມນັ້ນແລ້ວ ການອະນຸລັກຮັກສາປູຊະນີຍະສະຖານລະດັບຊາດພິເສດເຂດອະນຸສອນສະຖານປະທານ ໂຮ່ຈີມິນ ແນໃສ່ເຊີດຊູຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໂຮ່ຈີມິນ; ເສີມຂະຫຍາຍຄຸນຄ່າ ເພື່ອໃຫ້ປູຊະນີຍະສະຖານກາຍເປັນສະຖານທີ່ສຶກສາມູນເຊື້ອຮັກຊາດປະຕິວັດ, ກຸ່ມປູຊະນີຍະສະຖານວັດທະນະທຳ - ປະຫວັດສາດທີ່ຕິດພັນກັບຈຸດທີ່ເປັນເອກະລັກສະເພາະພົ້ນເດັ່ນຂອງເມືອງ ນາມດານ ແລະ ແຂວງ ເງະອານ.

