(ພາບ: TTXVN)
ມີຄູອາຈານ, ນັກຄົ້ນຄວ້າ, ຜູ້ຕາງໜ້າສະມາຄົມ, ຄະນະ ແລະ ບັນດາຜູ້ມີຄວາມສຸດຈິດສຸດໃຈຕໍ່ວຽກງານສອນພາສາ ຫວຽດ ໄດ້ເຂົ້າຮ່ວມເວທີປາໄສ “ອະນຸລັກຮັກສາພາສາ ຫວຽດ ແລະ ວັດທະນະທຳຂອງ ຫວຽດນາມ ຢູ່ຕ່າງປະເທດ”, ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ. ເຫດການໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງເຄືອຂ່າຍສິດສອນພາສາ ຫວຽດ ແລະ ວັດທະນະທຳ ຫວຽດນາມ ທົ່ວໂລກ. ເວທີປາໄສໄດ້ຈັດຂຶ້ນແບບເຊິງໜ້າສົມທົບກັບທາງໄກຈາກ ຫວຽດນາມ ແລະ ຫຼາຍປະເທດໃນໂລກ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ດິງງອັກດຶກ, ຫົວໜ້າສູນວັດທະນະທຳ ຫວຽດນາມ ປະຈຳ ຝລັ່ງ, ເນັ້ນໜັກວ່າ ພາສາ ຫວຽດນາມ ແລະ ວັດທະນະທຳ ຫວຽດນາມ ແມ່ນຊັບສົມບັດອັນລ້ຳຄ່າຂອງຊາດ. ພາສາແມ່ບໍ່ພຽງແຕ່ແມ່ນພາຫະນະໃນການສື່ສານເທົ່ານັ້ນ, ຫາກຍັງແມ່ນເສັ້ນເຊື່ອມຕໍ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນ, ຄອບຄົວ ແລະ ກົກເຄົ້າເຫງົ້າກໍ່ອີກດ້ວຍ. ທ່ານຖືວ່າ ຕ້ອງສືບຕໍ່ປ່ຽນແປງໃໝ່ບັນດາການເຄື່ອນໄຫວດ້ານວັດທະນະທຳ ເພື່ອໃຫ້ລຸ້ນໜຸ່ມເກີດມາ ແລະ ເຕີບໃຫຍ່ຢູ່ຕ່າງປະເທດ ຍົກສູງຄວາມສາມາດນຳໃຊ້ພາສາ ຫວຽດ ແລະ ມີຄວາມເຂົ້າໃຈກ່ຽວກັບສີສັນຂອງຊາດໃຫ້ຫຼາຍກວ່າ.
