(ພາບປະກອບອີນເຕີແນັດ)

ພ້ອມທັງນຳພາບພົດຂອງປະເທດຊາດ, ມະນຸດ ແລະ ວັດທະນະທຳຫວຽດນາມ, ບັນດາຜົນງານຂອງວິວັດແຫ່ງພາລະກິດປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ເຖິງປະຊາຄົມຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ປະກອບສ່ວນຍົກສູງອິດທິພົນຊື່ສຽງຂອງຫວຽດນາມ ບົນເວທີປາໄສສາກົນ. ແຜນການຍູ້ແຮງວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບບັນດາເຫດການພົ້ນເດັ່ນແມ່ນເພື່ອແນໃສ່ຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈໃຫ້ບັນດາພະນັກງານວາງແຜນນະໂຍບາຍ, ນັກຄຸ້ມຄອງ, ບັນດາອົງການຈັດຕັ້ງ, ວິສາຫະກິດ ແລະ ປະຊາຊົນ ມີຄວາມເຂົ້າໃຈກວ່າກ່ຽວກັບບັນດາເຫດການເຊື່ອມໂຍງເຂົ້າກັບສາກົນ, ບັນດາຄຸ້ນຄ່າ, ສິດຜົນປະໂຫຍດ ແລະ ນັບທັງບັນດາສິ່ງທ້າທາຍໃນການເຊື່ອມໂຍງ ແລະ ບັນດາສັນຍາການຄ້າເສລີນຳມາໃຫ້ຫວຽດນາມ… ປະກອບສ່ວນສ້າງວັດທະນະທຳເຊື່ອມໂຍງໃຫ້ທ້ອງຖິ່ນຕ່າງໆ ແລະ ປະຊາຊົນ. ພິເສດ ແມ່ນຊາວຕ່າງປະເທດ ພວມແມ່ນພົນລະເມືອງຂອງບັນດາປະເທດສະມາຊິກອາຊຽນ, ບັນດາປະເທດມີການພົວພັນຄູ່ຮ່ວມມືຍຸດທະສາດຂອງຫວຽດນາມ, ບັນດາປະເທດທີ່ໄດ້ລົງນາມໃນສັນຍາການຄ້າເສລີ 2 ຝ່າຍກັບຫວຽດນາມ.