ທ່ານ ເຈີ່ນຕວັ໋ນແອງ ລັດຖະມົນຕີກະຊວງອຸສາຫະກຳ ແລະ ການຄ້າ

(ພາບ: TTXVN)

ກ່າວປາໄສເປີດກອງປະຊຸມ, ທ່ານ ເຈີ່ນຕວັ໋ນແອງ ລັດຖະມົນຕີກະຊວງອຸສາຫະກຳ ແລະ ການຄ້າ ຖືວ່າເພື່ອບັນລຸຄາດໝາຍເຕີບໂຕແບບຍືນຍົງ ແລະ ມີຫົວຄິດປະດິດສ້າງ, ບັນດາພື້ນຖານເສດຖະກິດສະມາຊິກ APEC ຄວນສ້າງຄວາມສະດວກໃຫ້ແກ່ການລົງທຶນ, ມະນຸດ, ຄວາມນຶກຄິດ, ເອເລັກໂທນິກ, ສິນຄ້າ ແລະ ການບໍລິການຜ່ານແດນຢ່າງເສລີ ຕາມວິທີຊຸກ ຍູ້ການຍາດແຍ່ງ. ທ່ານ ເຈີ່ນຕວັ໋ນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ຊີ້ແຈງວ່າ;

“ການຄ້າ, ໄດ້ຖືວ່າແມ່ນໜຶ່ງໃນບັນດາປັດໃຈຊຸກຍູ້ສຳຄັນໃນການຫັນນະໂຍບາຍ ແລະ ຍຸດທະສາດກ່ຽວກັບການປ່ຽນແປ່ງໃໝ່ທີ່ມີຫົວຄິດປະດິດສ້າງຂອງພື້ນຖານເສດຖະ ກິດເປັນຮູບປະທຳ. ກົງກັນຂ້າມ, ການຄ້າເວົ້າລວມ, ການຫັນເປັນການຄ້າ ບັນດາການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ເວົ້າສະເພາະກໍ່ປະກອບສ່ວນເພີ່ມທະວີການພົວພັນການຄ້າ ລະຫວ່າງບັນດາພື້ນຖານເສດຖະກິດໃນພາກພື້ນ”.

ກອງປະຊຸມສຳມະນາປະກອບມີວາລະເຈລະຈາ ກັບລັດຖະມົນຕີການຄ້າ APEC ກ່ຽວກັບສອງຫົວຂໍ້: ໝູນໃຊ້ບັນດານະໂຍບາຍເພື່ອສ້າງຄວາມສະດວກໃຫ້ສະພາບແວດລ້ອມປະດິດສ້າງ, ບົດບາດຂອງລັດຖະບານເພື່ອຍູ້ແຮງການຫັນເປັນການຄ້າ ບັນດາແນວຄວາມຄິດປະດິດສ້າງຢູ່ບັນດາພື້ນຖານເສດຖະກິດສະມາຊິກ APEC, ພິເສດແມ່ນບັນດາພື້ນຖານເສດຖະກິດກຳລັງພັດທະນາ.