ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) |
ບັນດາຜູ້ແທນຕີລາຄາສູງຂໍ້ລິເລີ່ມຂອງ ຫວຽດນາມ ໃນການຈັດຕັ້ງການພົບປະເຈລະຈາ ແນໃສ່ປະກອບສ່ວນຊຸກຍູ້ການຮ່ວມມື, ຮ່ວມສຳພັນໃນພາກພື້ນ; ສ້າງເປັນ ອາຊີ - ປາຊີຟິກ ທີ່ມີຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ. ບັນດາຜູ້ແທນເນັ້ນໜັກວ່າ ບົດບາດສຳຄັນຂອງ ອາຊີ - ປາຊີຟິກ ແມ່ນບ່ອນສ້າງແນວຄວາມຄິດຮ່ວມມື, ຮ່ວມສຳພັນ. ອາຊີ - ປາຊີຟິກ ແມ່ນພາກພື້ນນຳໜ້າຂອງການເຕີບໂຕ ແລະ ຮ່ວມສຳພັນເສດຖະກິດທົ່ວໂລກ.

