ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດວິສາຫະກິດ APEC. ພາບ: VOV |
ນັ້ນແມ່ນຂໍ້ສັງເກດຂອງເຈົ້າຫນ້າທີ່ ແລະ ການນຳວິສາຫະກິດ ອາເມລິກາ ຫລາຍ ທ່ານ.
ທ່ານ Ted Osius, ອະດີດ ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ, ປະທານສະພາທຸລະກິດ ອາເມລິກາ - ອາຊຽນ ໄດ້ຢັ້ງຢືນວ່າ: ບໍ່ມີຂອບເຂດກຳນົດໃນການພົວພັນ ຫວຽດນາມ - ອາເມລິກາ ແລະ ການຍົກລະດັບການພົວພັນລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານບັນດາການເຄື່ອນໄຫວຊຸກຍູ້ດ້ານການຄ້າ ແລະການລົງທຶນ.
ສ່ວນທ່ານ John Neuffer, ປະທານ ສະຫະສະມາຄົມອຸດສຫາກຳ ເຄິ່ງຊັກນຳໄຟຟ້າ ອາເມລິກາ (SIA) ຖືວ່າ: ບັນດາການນຳ ຫວຽດນາມ ພວມມີຄວາມສົນໃຈເຖິງຂົງເຂດເຕັກໂນໂລຊີສູງ ພິເສດແມ່ນອຸດສາຫະກຳເຄິ່ງຊັກນຳໄຟຟ້າ.
ໃນຂະນະນັ້ນ ທ່ານ Jitu Choudhury, ຮອງປະທານ ຜູ້ຮັບຜິດຊອບການຂາຍສິນຄ້າຂອງ ບໍລິສັດຫຸ້ນສ່ວນເຕັກໂນໂລຊີ VMO ໄດ້ຕີລາຄາສູງ ລັດຖະບານ ຫວຽດນາມ ສະຫນັບສະຫນູນຢ່າງແຮງສຳລັບບັນດາສູນຜະລິດປະດິດສ້າງ ແລະ ມີສູນບຳລຸງການ Startup ຫລາຍແຫ່ງໄດ້ສ້າງຂຶ້ນເພື່ອສົ່ງເສີມການຜະລິດ.

