ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ວິສາຫະກິດ APEC (ພາບ: TTXVN) |
ໃນຂອບເຂດຂອງເຫດການ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະເຂົ້າຮ່ວມ ກອງປະຊຸມບັນດາການນຳ ເສດຖະກິດ ອາຊີ - ປາຊີຟິກ ຄັ້ງທີ 28 ແຕ່ວັນທີ 12 ພະຈິກ, ການໂອ້ລົມສົນທະນາລະຫວ່າງ ການນຳບັນດາພື້ນຖານເສດຖະກິດ APEC ແລະ ສະພາໃຫ້ຄຳປຶກສາການດຳເນີນທຸລະກິດ APEC (ວັນທີ 11 ພະຈິກ) ແລະ ກ່າວຄຳເຫັນທີ່ໄດ້ອັດພາບໄວ້ກ່ອນທີ່ດຳເນິນໃນກອງປະຊຸມສຸດຍອດວິສາຫະກິດ APEC (11 ຫາ 12 ພະຈິກ 2021)
ປີ 2021 ແມ່ນປີທຳອິດທີ່ ຫວຽດນາມ ຜັນຂະຫຍາຍ ແຜນການພັດທະນາເສດຖະກິດ - ສັງຄົມ 2021 – 2025, ຫັນໄປໄລຍະເຊື່ອມໂຍງກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ ກວ້າງຂວາງ. ການເຂົ້າຮ່ວມສັບປະດາສຸດຍອດ APEC ຄັ້ງທີ 28 ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ຈະປະກອບສ່ວນຍົກສູງຖານະບົດບາດທີ່ຕັ້ງຂອງ ຫວຽດນາມ ໃນບັນດາການເຄື່ອນໄຫວຫຼາຍຝ່າຍເວົ້າລວມ ແລະ APEC ເວົ້າສະເພາະ, ເຮັດໃຫ້ ຫວຽດນາມ ເສີມຂະຫຍາຍບົດບາດ ແລະ ປະກອບສ່ວນເຂົ້າໃນວິວັດການສ້າງແຜນການຜັນຂະຫຍາຍວິໄສທັດ APEC ເຖິງປີ 2040 ຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ.

