|
ພາບ: Vietnam+ |
ໂດຍດຳເນີນແຕ່ວັນທີ 18-30 ສິງຫາ. SOM 3 ລວມມີ 75 ກອງປະຊຸມ, ກອງປະຊຸມສຳມະນາ, ການໂອ້ລົມສົນທະນາ ຂອງບັນດາຄະນະກຳມະການ, ກຸ່ມປະຕິບັດງານຂອງ APEC ໃນຫລາຍຂົງເຂດແຕກຕ່າງກັນ. ບັນດາຜູ້ແທນເຂົ້າຮ່ວມ SOM3 ແລະ ບັນດາກອງປະຊຸມກ່ຽວຂ້ອງຈະສືບຕໍ່ຊຸກຍູ້ການຜັນຂະຫຍາຍບັນດາລາຍການ, ແຜນການຮ່ວມມືໄລຍະຍາວໃນບັນດາຂົງເຂດຫລັກແຫລ່ງມຸ່ງໄປເຖິງການຜັນຂະຫຍາຍການໃຫ້ບຸລິມະສິດປີ APEC 2017 ນັບມື້ນັບເປັນລະອຽດ ກໍຄືຈຸດໝາຍຍາວນານຂອງ APEC ກ່ຽວກັບຫັນການຄ້າ ແລະ ການລົງທຶນເປັນເສລີ, ມີຄວາມສະດວກ ໃນພາກພື້ນ. ບັນດາຄະນະກຳມະການ, ກຸ່ມປະຕິບັດງານຂອງ APEC ກໍ່ຈະປຶກສາຫາລືບັນດາເອກະສານຍື່ນສະເຫນີຕໍ່ບັນດາລັດຖະມົນຕີ APEC ຮັບຮອງເອົາ, ສ້າງພື້ນຖານເພື່ອກະກຽມເນື້ອໃນ ແລະ ລາຍການຂອງສັບປະດາຂັ້ນສູງໃນເດືອນ ພະຈິກປີ 2017 ຢູ່ ນະຄອນ ດາຫນັງ.

