ຕອນຄ່ຳວັນທີ 22 ສິງຫາ, ທິມຊາວຫວຽດນາມ ໄດ້ຊະນະ 2 – 0 ຕໍ່ທິມຊາດໄທໃນນັດຊີງຊະນະເລີດນັດ 1 ໃນການແຂ່ງຂັນ ASEAN Cup 2026 ທີ່ໄດ້ດຳເນີນຢູ່ສະໜາມກິລາ Rajamangala (ບາງກອກ, ໄທ). ໝາກຜົນນີ້ຊ່ວຍທິມຊາດຂອງ ຄູຝືກ Kim Sang Sik ມີຄວາມເປັນໄປສູງຈະຍາດໄດ້ແຊ໊ມໃນການແຂ່ງຂັນນີ້. ດ້ວຍໄຊຊະນະຢູ່ສະໜາມກິລາ Rajamangala, ທິມຊາດຫວຽດນາມ ພວມມີທ່າໄດ້ປຽບທີ່ດີກວ່າ ໃນເປົ້າໝາຍປ້ອງກັນສຳເລັດ ແຊ້ມ ASEAN Cup. ຕອນຄ່ຳວັນທີ 26 ສິງຫາ, ນັດຊີງຊະນະເລີດທີ 2 ລະຫວ່າງທິມຊາດ ຫວຽດນາມ - ໄທຈະດຳເນີນຢູ່ສະໜາມກິລາ ໝິດິ່ງ (ຫວຽດນາມ).
