U23 ຫວຽດນາມໄດ້ຮັບລາງວັນຊະນະເລີດທີ່ງານແຂ່ງຂັນກິລາສາກົນ U23 - ກັບ VinaPhone 2018 (ພາບ: vietnamnet.vn) |
ນີ້ແມ່ນນັດແຂ່ງຂັນທີ່ມີລັກສະນະເປັນລະບຽບການ ເມື່ອ U23 ຫວຽດນາມ ສາມາດຄວ້າໄດ້ລາງວັນຊະນະເລີດກ່ອນນັ້ນ, ດ້ວຍການເອົາໄຊຊະນະໃນ 2 ນັດກ່ອນນັ້ນກັບທິມ U23 ປາແລດສະຕິນ ແລະ U23 ໂອມານ ໃນລະຫວ່າງວັນທີ 03 ແລະ 05 ສິງຫາ ຜ່ານມາ.
ພາຍຫຼັງສິ້ນສຸດງານແຂ່ງຂັນກິລາບານເຕະສາກົນ U23 – ຊິງກັບ VinaPhone 2018, ຕອນຄ່ຳວັນທີ 07 ສິງຫາ, ຄູຝຶກທິມບານເຕະ Olympic ຫວຽດນາມ Park Hang Seo ໄດ້ປະກາດບັນຊີລາຍຊື່ນັກບານເຕະດີເດັ່ນ 20 ຄົນຂອງຫວຽດນາມ ເພື່ອຈະໄປອິນໂດເນເຊຍ ເຂົ້າຮ່ວມງານມະຫາກຳກິລາອາຊີ (ASIAD 2018).

