ຕາມ​ບົດ​ລາຍ​ງານ, ປັດ​ຈຸ​ບັນ, ​ທົ່ວ​ປະ​ເທດ​ມີ​ທ່າ​ອາ​ກາດ​ສະ​ຍານ 22 ແຫ່ງ ແລະ ມີ​ທ່າ​ອາ​ກາດ​ສະ​ຍານ​ໃໝ່ 5 ແຫ່ງ ພວມ​ໄດ້​ຮັບ​ການ​ລົງ​ທຶນ​ກໍ່​ສ້າງ, ລວມ​ມີ​ ລອງ​ແທັ່ງ (ດົ່ງ​ນາຍ), ຢາ​ບິ່ງ (ບັກ​ນິງ), ກວາງ​ຈິ, ຟານ​ທຽດ (ເລິມ​ດົ່ງ), ໂຖ​ຈູ (ອານ​ຢາງ). ກ່ອນ​ໜ້າ​ນັ້ນ, ຕາມ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການອະ​ນຸ​ມັດ​ຜ່ານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ແຜ​ນ​ຜັງ​ລະ​ບົບ​ທ່າ​ອາ​ກາດ​ສະ​ຍານ ທີ່​ໄດ້​ກຳ​ນົດ​ໃນ​ໄລ​ຍະ 2021 – 2030, ທົ່ວ​ປະ​ເທດ​ມີ​ທ​່າ​ອາ​ກາດ​ສະ​ຍານ 30 ແຫ່ງ, ລວມ​ມີ ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ 14 ແຫ່ງ ແລະ ທ່າ​ອາ​ກາ​ດ​ສະ​ຍານ​ພາຍ​ໃນ​ປະ​ເທດ 16 ແຫ່ງ. ວິ​ໄສ​ທັດ​ຮອດ​ປີ 2050, ​ທົ່ວ​ປະ​ເທດຈະ​ມີ​ທ່າ​ອາ​ກາດ​ສະ​ຍານ​33 ແຫ່ງ, ໃນ​ນັ້ນ​ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ​ມີ 14 ແຫ່ງ,​ທ່າ​ອາ​ກາດ​ສະ​ຍານ​ພາຍ​ໃນ​ປະ​ເທດ​ມີ 19 ແຫ່ງ.

ຕາມ​ກະ​ຊວງ​ກໍ່​ສ້າງ​ແລ້ວ, ຄາດ​ວ່າ​ຮອດ​ປີ 2030, ຫວຽດ​ນາມ ຈະ​ນຳ​ທ່າ​ອາກ​າດ​ສະ​ຍານ​ໃໝ່ 7 ແຫ່ງ ເຂົ້າ​ໃຊ້​ງານ, ລວມ​ມີ: ລອງ​ແທັ່ງ, ຢາ​ຍິ່ງ, ກວາງ​ຈິ, ຟານ​ທຽດ, ຊາ​ປາ (ລາວ​ກາຍ), ໂຖ​ຈູ, ແທັ່ງ​ເຊີນ (ແຄັງ​ຮ​ວ່າ).