ວັນທີ 02 ກໍລະກົດ ແມ່ນວັນເກີດການປະທະກັນຢູ່ເຂດ ກາຊາ ຄົບຮອບ 1.000 ວັນ. ໃນໂອກາດນີ້, ອົງການສື່ມວນຊົນລັດຖະບານ ປາແລັດສະຕິນ ຢູ່ເຂດ ກາຊາ ໄດ້ປະກາດຕົວເລກຈຳນວນໜຶ່ງກ່ຽວກັບຜົນຮ້າຍຢ້ອນຫຼັງຂອງການປະທະກັນ. ຕາມນັ້ນແລ້ວ, ສົງຄາມໄດ້ພາກເອົາຊີວິດຂອງຊາວ ປາແລັດສະຕິນ ກວ່າ 73.000 ຄົນ, ເຮັດໃຫ້ມີຜູນຖືກບາດເຈັບກວ່າ 173.500 ຄົນ ແລະ ມ້າງເພທຳລາຍພື້ນຖານໂຄງລ່າງຢູ່ ກາຊາ ເຖິງກວ່າ 90%.
ໃນຈຳນວນຜູ້ເສຍຊີວິດນັ້ນ ມີເດັກນ້ອຍກວ່າ 21.500 ຄົນ, ແມ່ຍິງ 12.500 ຄົນ. ມີ 2.700 ຄອບຄົວຖືກດັບສູນຢ່າງສິ້ນເຊີງ ຍ້ອນບໍ່ມີສະມາຊິກເອົາຕົວລອດໄດ້. ນອກຈາກນັ້ນແລ້ວ, ຍັງມີກວ່າ 9.500 ຄົນຫາຍສາບສູນ. ເດັກນ້ອຍ 58.000 ຄົນຢູ່ເຂດ ກາຊາ ກາຍເປັນເດັກກຳພ້າ,ກຳພອຍ.
ໃນໄລຍະເວລາ 1.000 ວັນທີ່ເກີດການປະທະກັນຜ່ານມາ ກໍໄດ້ມ້າງເພທຳລາຍເຮືອນຂອງປະຊາຊົນກວ່າ 410.000 ຫຼັງ, ເຮັດໃຫ້ເກືອບ 90% ປະຊາຊົນ ກາຊາ ບໍ່ມີເຮືອນຢູ່ ແລະ ຕ້ອງໄປລີ້ໄພ. 100% ໂຮງຮຽນຢູ່ເຂດ ກາຊາ ຖືກຜົນກະທົບ. ລະບົບສາທາລະນະສຸກ ແລະ ການສົ່ງເລີມສຸຂະພາບຢູ່ເຂດດັ່ງກ່າວ ກໍຖືກທຳລາຍຢ່າງໜັກໜ່ວງ.
