ວັນ​ທີ 22 ສິງ​ຫາ, ກອງ​ບັນ​ຊາ​ການ​ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ຮູ້​ວ່າ​ໃນ​ສອງ​ວັນ 21 ສິງ​ຫາ ແລະ 22 ສິງ​ຫາ, ກອງ​ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຂຶ້ນ​ກັບ​ກອງ​ບັນ​ຊາ​ການ​ນະ​ຄອນ​ໂຮ່​ຈີ​ມິນ ໄດ້ກຳຈັດດິນກວ່າ 1000 ແມັດ​ກ້ອນ​ຢູ່​ບ່ອນ​ຂຸ​ດ​ຄົ້ນ​ທີ 2 (ເຂດ B) ຂອງ​ສວນ​ສ​າ​ທາ​ລະ​ນະ ເລ​ທິ​ຣຽງ, ຄົ້ນພົບ​, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ 52 ຊຸດ. ນັບ​ແຕ່​ວັນ​ທີ 23 ມິ​ຖຸ​ນາ ຫາ​ວັນ​ທີ 22 ສິງ​ຫາ, ຢູ່​ສວນ​ສ​າ​ທາ​ລະ​ນະ​ເລ​ທິ​ຣຽງ, ຕາ​ແສງ ຮ່​ວາ​ຮຶງ (ສຸ​ສານ ໂດ​ແທັງ​ເກົ່າ), ກຳ​ລັງ​ຄົ້ນ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ຂອງກອງ​ບັນ​ຊາ​ການ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ພົບ​ເຫັນ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ຂອງກອງ​ບັນ​ຊາ​ການ​ນະ​ຄອນ​ໂຮ່​ຈີ​ມິນ​ໄດ້​ພົບ​ເຫັນ, ທ້ອນ​ໂຮມ ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 445 ຊຸດ, ໃນ​ນັ້ນ​ມີວັດ​ຖຸ​ເກົ່າ 235 ຊຸດ.