ການເອົາຕົວຢ່າງວິໄຈຫາເຊື້ອ |
ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 536.788 ຄົນ, ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດໃນວັນທີ 6 ກັນຍາ ແມ່ນ 9.730 ຄົນ , ອັນໄດ້ຍົກຍອດຈຳນວນຄົນເຈັບໄດ້ຮັບການປິ່ນປົວຫາຍດີ ຂຶ້ນເຖິງ 301.457 ຄົນ.
ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 311 ຄົນ. ມີ 9 ໃນຈຳນວນ 63 ແຂວງ, ນະຄອນ ຜ່ານ 14 ວັນ ບໍ່ມີກໍລະນີຕິດເຊື້ອໃໝ່ຢູ່ພາຍປະເທດຄື : ບັກກ້ານ, ຕວຽນກວາງ, ລາຍເຈົາ, ຮ່ວາບີງ, ອຽນບ້າຍ, ຮ່າຢາງ, ຖ້າຍງວຽນ, ດ້ຽນບຽນ, ວີ້ງຟຸກ.

