ນະຄອນດານັ້ງຜັນຂະຫຍາຍການສັກວັກຊິນກັນໂຄວິດ-19

ໃນວັນທີ 8 ກັນຍາ ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 13.937 ຄົນ ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຢູ່ 11 ແຂວງ, ນະຄອນ ຖືກເສຍຊີວິດ ແມ່ນ 335 ຄົນ.

ເປັນອັນວ່າ ໄລຮອດວັນທີ 8 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 563.676 ຄົນ, ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 322.873 ຄົນ ແລະ 14.135 ຄົນ ເສຍຊີວິດ

ປະຈຸບັນ, ມີ 9 ໃນຈຳນວນ 63 ແຂວງ, ນະຄອນຢູ່ຫວຽດນາມ ໄດ້ຜ່ານ 14 ວັນ ຊຶ່ງບໍ່ມີກໍລະນີຕິດເຊື້ອໃໝ່ຢູ່ພາຍໃນປະເທດ, ນັ້ນແມ່ນ ບັກກ້ານ, ຕວຽນກວາງ, ລາຍເຈົາ, ຮ່ວາບີງ , ອຽນບ້າຍ, ຮ່າຢາງ, ທ້າຍງວຽນ, ດ້ຽນບຽນ ແລະ ວີ້ງຟຸກ