ພາບປະກອບ

ວັນທີ 27 ທັນວາ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ 11.374 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 1.259.614 ຄົນ. ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອຖືກເສຍຊີວິດ 204 ຄົນ , ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອຖືກເສຍຊີວິດ ຂຶ້ນເປັນ 31.418 ຄົນ

ໄລ່ຮອດຕອນແລງວັນທີ 22 ທັນວາ, ຫວຽດນາມ ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ 146.335.052 ໂດສ, ໃນນັ້ນສັກເຂັມທີສອງແມ່ນ 66.402.056 ໂດສ , ສັກເຂັມທີສາມ ແມ່ນ 2.794.380 ໂດສ.

ປະຈຸບັນອັດຕາການສັກວັກຊິນຢ່າງໜ້ອຍ 1 ເຂັມ ແມ່ນ 98,8% ແລະ ອັດຕາການສັກວັກຊີນ 2 ເຂັມແມ່ນ 87,9% ຈຳນວນປະຊາກອນໄວ 18 ປີຂຶ້ນໄປ.