![]() |
ພາຍຫຼັງປຸກລະດົມໃນເວລາ 2 ເດືອນ, ຄະນະຈັດຕັ້ງໄດ້ຮັບກ່ວາ 400 ລາຍການຈາກບັນດາເພື່ອນໜຸ່ມຢູ່ຫຼາຍແຂວງນະຄອນໃນທົ່ວປະເທດ.
ມີ 26 ລາຍການໄດ້ຄັດເລືອກເຂົ້າຮອບຮອງຊະນະເລີດ ຊື່ງຈັດຂຶ້ນໃນຕອນຄ່ຳວັນທີ 20 ທັນວາ ຢູ່ໂຮງລະຄອນວິທະຍຸກະຈາຍສຽງຫວຽດນາມ. ທ່ານ ເຈິນເຍິດເຢືອງ, ຫົວໜ້າພະແນກດົນຕີ (VOV3), ຮອງຫົວໜ້າຄະນະຈັດຕັ້ງງານປະກວດ ໃຫ້ຮູ້ວ່າ:
ງານປະກວດນັກຮ້ອງສຽງດີພາສາ ສ.ເກົາຫຼີ ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງວິທະຍຸກະຈາຍສຽງຫວຽດນາມ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຮັບຊົມຂອງຜູ້ຟັງຜູ້ຊົມເປັນຈຳນວນຫຼວງຫຼາຍ. ການເຄື່ອນໄຫວນີ້ກໍ່ເພື່ອແນໃສ່ຮັດແໜ້ນສາຍພົວພັນລະຫວ່າງຫວຽດນາມ-ສ.ເກົາຫຼີ ກໍ່ຄືເພື່ອໃຫ້ພວກເພື່ອນເຂົ້າໃຈປະເທດ ສ.ເກົາຫຼີ ກ່ວາອີກ ຜ່ານທາງວັດທະນະທຳ, ໂດຍສະເພາະ ຜ່ານດົນຕີ.
ຄະນະຈັດຕັ້ງໄດ້ຄັດເລືອກເອົາ 10 ລາຍການເຂົ້າຮອບຊິງຊະນະເລີດ ງານປະກວດນັກຮ້ອງສຽງດີພາສາ ສ.ເກົາຫຼີ - VOV 2019 ຊື່ງຈະຈັດຂຶ້ນໃນວັນທີ 10 ມັງກອນປີ 2020 ທີ່ຈະມາເຖິງ.

