ຕອນ​ບ່າຍ​ວັນ​ທີ 2 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ທ່ານ​ຟ້າມ​ຢາ​ຕຸກ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ອານ​ຢາງ ແລະ ຜູ້​ຕາງ​ໜ້າ​ກະ​ຊວງ, ຂະ​ແໜງ​ການ, ຫົວ​ໜ່ວຍ ທີ່​ກ່ຽວ​ຂ້ອງ​ຈຳ​ນວນ​ໜຶ່ງ​ກ່ຽວ​ກັບ​ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຮັບ​ໃຊ້​ກອງ​ປະ​ຊຸມຂັ້ນ​ສູງເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) 2027 ຢູ່​ເຂດ​ພິ​ເສດ​ຝຸກວັກ.

ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດວຽກ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ຢາ​ຕຸກ ເນັ້ນ​ໜັກ​ວ່າ ກອງ​ປະ​ຊຸມ​ຂັ້ນ​ສູງ APEC 2027 ແມ່ນ​ເຫດ​ການ​ການ​ຕ່າງ​ປະ​ເທດ​ສຳ​ຄັນ​ພິ​ເສດ, ມີ​ຄວາມ​ໝາຍ​ທາງການ​ເມືອງ ແລະ ສາ​ກົນ​ຢ່າງ​ເລິກ​ເຊິ່ງ. ວຽກ​ງານ​ກະ​ກຽມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ບໍ່​ພຽ​ງ​ແຕ່​ຢູ່​ຝຸກວັກ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່ຫຼາຍ​ທ້ອງ​ຖິ່ນ​ອີກ​ດ້ວຍ, ຮັບ​ປະ​ກັນ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ, ຮາກ​ຖານ​ພັກ​ເຊົ່າ, ການ​ບໍ​ລິ​ການ ແລະ ບັນ​ດາ​ໂຄງ​ການ​ຮັບ​ໃຊ້​ບັນ​ດາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຢ່າງ​ຄົບ​ຊຸດ. ທຸກ​ໂຄງ​ການ​ຮັບ​ໃຊ້ APEC 2027 ຕ້ອງ​ສ້າງ​ສຳ​ເລັດ​ຖືກ​ຕ້ອງ​ຕາມ​ຄວາມ​ຄືບ​ໜ້າ ເຊິ່ງ​ໄດ້​ໝູນ​ໃຊ້​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ, ພິ​ເສດ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເພີ່ມ​ທະ​ວີ​ການ​ໂອ້​ລົມ​ສົ​ນ​ທະ​ນາ, ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ, ຮີບດ​ວ່ນ​ເປັນ​ເອ​ກະ​ພາບ​​ວິ​ທີ​ການ​ແກ້​ໄຂ​​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ, ຮັບ​ປະ​ກັນ​ຖືກ​ຕ້ອງ​ຕາມ​ຄວາມ​ຄືບ​ໜ້າ​ຂອງ​ໂຄງ​ການ​ທ່າ​ອາກ​າດ​ສະ​ຍານ​ສາ​ກົນ ຝຸກວັກ​ເພື່ອ​ຮັບ​ໃຊ້​ກອງ​ປະ​ຊຸມ APEC 2027.