ຕໍ່​ໜ້າ​ການ​ຜັນ​ແປ​ຂ​ອງ​ຝົນ​ຕົກ​ແກ່​ຍາວ ອັນໄດ້ກໍ່​​ໃຫ້​ເກີດໄພ​ນ້ຳ​ຖ້ວມ ແລະ ເຮັດ​ໃຫ້​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ຖືກ​ຂາດ​ວັກ​ຂາດ​ຕອນນັ້ນ, ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນຫຼວງ ບາງກອກ ໄດ້​ຕົກ​ລົງ​ປິດ​ປະ​ຕູ​ບັນ​ດາ​ໂຮງ​ຮຽນ​ຂຶ້ນ​ກັບ BMA ໃນ​ວັນ​ທີ 28 ກັນ​ຍາ ໃນ​ຂະ​ນະ​ທີ່​ລັດ​ຖະ​ກອນ​ຖືກ​ສະ​ເໜີ​ເຮັດ​ວຽກ​ຢູ່​ບ້ານ​ໃນ​ວັນ​ທີ 28-29 ກັນ​ຍາ. ເຈົ້າ​ໜ້າ​ທີ່ ໄທ ສືບ​ຕໍ່​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ​ໄພ​ເກີດ​ຝົນຕົກ​ນ້ຳ​ຖ້ວມ.

ຕາມ​​ການພະ​ຍາ​ກອນຫຼ້າ​ສຸດ​ຂອງ​ກົມ​ອຸ​ຕິ​ນິຍົມ​ອຸ​ທົກ​ກະ​ສ​າດ ໄທ, ໃນ​ວັນ​ທີ 27 ກັນ​ຍາ, ປະ​ມານ 80% ເນື້ອ​ທີ່​ນະ​ຄອນຫຼວງ ບາງກອກ ແລະ ບັນ​ດາ​ແຂວງ​ໃກ້​ຄຽງ ອາດ​ຈະ​ເກີດ​ຝົກ​ຕົກ​ໜັກ. ອົງ​ການນີ້ກໍ່​ກ່າວ​ເຕືອນ​​ວ່າ ໄພ​ນ້ຳ​ຖ້ວມ, ​ດິນ​ເຊາະ​ເຈື່ອນ​ອາກດ​ຈະ​ເກີດ​ຂຶ້ນ, ພິ​ເສດ​ແມ່ນ​ຢູ່​ເຂດ​ລຸ່ມ, ໂນນ​ພູ ແລ​ະ ແຄມ​ແມ່​ນ້ຳ.

ປະ​ຈຸ​ບັນ, ນະ​ຄອນຫຼວງ ບາງກອກ ໄດ້​ກະ​ກຽມ​ກ່​ວາ 230 ສະ​ຖານ​ທີ່​ຍົກ​ຍ້າຍ ປ​ຊ​ຊ ດ້ວຍ​ຄວາມ​ສາ​ມາດ​ຮັບ​ປະ​ມານ 15.000 ຄົນ. ມາ​ຮອດ​ຈຸດ​ເວ​ລານີ້, ປ​ຊ​ຊ ນະ​ຄອນຫຼວງ​ປະ​ມານ 4200 ຄົນ​ໄດ້​ຍົກ​ຍ້າຍ​ອອກ​ຈາກ​ບັນ​ດາ​ເຂດ​ຖືກ​ຜົນ​ສະ​ທ້ອນ. ອຳ​ນ​າດ​ການ​ປົກ​ຄອງ ບາງກອກ ພ້ອມ​ກັບ​ບັນ​ດາ​ກົມ​ກອງ​ທີ່​ກ່ຽວ​ຂ້ອງ ພວມ​ເພີ່ມ​ທະ​ວີ​ບັນ​ດາ​ພາ​ຫະ​ນະ​ກູ້​ໄພ​ກູ້​ຊີບ ເພື່ອ​ຮັບ​ມື​ກັບ​ສະ​ພາບ​ນ້ຳ​ຖ້ວມ.