BIM Group IRONMAN 70.3 ຝູກວັກ 2026 ຈະ​ຈັດ​ຂຶ້​ນ​ແຕ່​ວັນ​ທີ 13 ພະ​ຈິກ ຫາ​ວັນ​ທີ 15 ພະ​ຈິກ ຢູ່​ເຂດ​ຜັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ ແລະ ລະຫຼິ້ນ​ບັນ​ເທິງ ຝູກວັກ Marina, ໂດຍ​ເຕົ້າ​ໂຮມ​ນັກ​ກິ​ລາ​ນັບ​ພັນ​ຄົນ​ທັງ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ ເຂົ້າ​ຮ່ວມ​ການ​ພິຊິດ​ບັນ​ດາ​ການ​ທົດ​ສອບ​ ລວມ​ມີ: ລອຍ​ນ້ຳ 1,9 ກີ​ໂລ​ແມັດ, ຖີບ​ລົດ​ຖີບ 90 ກີ​ໂລ​ແມັດ ແລະ ແລ່ນ 21,1 ກີ​ໂລ​ແມັດ.

ງານ​ແຂ່ງ​ຂັນ 2026 ຈະ​ຕ້ອນ​ຮັບ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ກິ​ລາ​ຊາວ ​ອາ​ເມ​ລິ​ກາ Mark Allen ຜູ້​ທີ່ຊິງແຊ້ມແຂ່ງ​ຂັນ IRONMAN World Championship 6 ຄັ້ງ, ກັບ​ຄືນ​ມາ ​ຝູກວັກ​ ເປັນ​ຄັ້ງ​ທີ 4 ຢ່າງ​ລຽນ​ຕິດ. ການ​ມີ​ໜ້າ​ຂອງ​ນັກ​ກິ​ລາ​ຜູ້ນີ້ ໄດ້​ນຳ​ສາມ​ປະ​ເພດ​ກິ​ລາ​ປະ​ສົມທີ່​ພວມ​ພັດ​ທະ​ນາ​ຢູ່​ ຫວຽດ​ນາມ ​ເພື່ອໃຫ້​ປະ​ຊາ​ຄົມ​ມີໂອ​ກາດ​ໄດ້​ເຂົ້າ​ເຖິງ​ບົດ​ຮຽນ​ປະ​ສົບ​ການ​, ຈິນ​ຕະ​ນາ​ການ ແລະ ບັນ​ດາ​ເລື່ອງ​ລາວ​ຂອງ​ນັກ​ກິ​ລາຄົນ​ໜຶ່ງ​ໃນ​ບັນ​ດາ​ນັກ​ກິ​ລາທີ່​ມີ​ຜົນ​ສະ​ທ້ອນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ກິ​ລາ​ປະ​ເພດ​ນີ້.