ບໍລິສັດປຸງແຕ່ງໄມ້ ຮວ່າງຢາ ອຽນບ໊າຍ (ພາບ: TTXVN) |
ລະອຽດ, ຕາມ HIS Markit ແລ້ວ, ດັດຊະນີ ຜູ້ບໍລິຫານຝ່າຍຊື້ (PMI) ຂົງເຂດຜະລິດຂອງ ຫວຽດນາມ ບັນລຸ 53,7 ຄະແນນ, ເພີ່ມຂຶ້ນເມື່ອທຽບໃສ່ລະດັບ 52,5 ຄະແນນຂອງເດືອນກ່ອນໜ້ານັ້ນ. ດັດຊະນີດັ່ງກ່າວ ເປັນສັນຍານແກ່ການປົວແປງທີ່ໝັ້ນແກ່ນ ກ່ຽວກັບເງື່ອນໄຂດຳເນີນທຸລະກິດ ນັບແຕ່ເດືອນ ເມສາ 2021 ເປັນຕົ້ນມາ. ທັງປະລິມານ ແລະ ສັນຍາສັ່ງຊື້ສິນຄ້າໃໝ່ ລ້ວນແຕ່ເພີ່ມຂຶ້ນຢ່າງແຮງກວ່າ ຍ້ອນຄວາມຕ້ອງການຂອງລູກຄ້າສືບຕໍ່ໄດ້ຮັບການປົວແປງ.
ວົງການນັກຊ່ຽວຊານ ໄດ້ໃຫ້ຄຳອະທິບາຍຕໍ່ການເພີ່ມຈຳນວນສັນຍາສັ່ງຊື້ສິນຄ້າໃໝ່ວ່າ ແມ່ນຍ້ອນການເຄື່ອນໄຫວຂອງວິສາຫະກິດຕ່າງປະເທດ ດ້ວຍລະດັບການເຕີບໂຕຢ່າງໄວໃນໄລຍະຜ່ານມາ. ບັນດາບໍລິສັດກໍມີຄວາມເຊື່ອໝັ້ນຕໍ່ແງ່ຫວັງການຜະລິດໃນປີ 2022. ປະມານ 60% ຈຳນວນຜູ້ຖືກຖາມ ໄດ້ຄາດຄະເນວ່າ ປະລິມານການຜະລິດເພີ່ມຂຶ້ນ, ໄດ້ສ່ອງແສງໃຫ້ເຫັນຄວາມປະເອີບໃຈທີ່ສຸດໃນໄລຍະກວ່າ 3 ປີ ຜ່ານມາ.

