ຕອນ​ບ່າຍ​ວັນ​ທີ 12 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ທີ່ ຮ່າ​ໂນ້ຍ, ທ່ານ ຫງວຽນ​ມິນ​ວູ, ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ Atsuhiko Hirano, ອຳ​ນວຍ​ການຜູ້ຕາງໜ້າ ທັງ​ເປັນ​ຮອງ​ປະ​ທ​ານ​ບໍ​ລິ​ສັດ Idemitsu Kosan (ຍີ່​ປຸ່ນ).

ທີ່​ການ​ຕ້ອ​ນ​ຮັບ, ທ່ານ​ຮ​ອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ ຫງວຽນ​ມິນ​ວູ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ​ບໍ​ລິ​ສັດ Idemitsu Kosan ໃນການ​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ລົງ​ທຶນ, ຮ່ວມມ​ມື​ຢູ່ ຫວຽດນາມ ໃນ​ຊຸມ​ປີ​ຜ່ານ​ມາ, ພິ​ເສດ​ແມ່ນ​ດ້ວຍ​ບົດ​ບາດ​ແມ່ນ​ຝ່າຍ​ປະ​ກອບ​ທຶນ​ຂອງ​ໂຄງ​ການ​ກັ່ນ​ຕອ​ງ​ນ້ຳ​ມັນດິບ ງີ​ເຊີນ (ແທັງ​ຮ​ວາ); ທ່ານ​ສະ​ເໜີ​ໃຫ້ສືບ​ຕໍ່​ເປີດກວ້າງ​ບັນ​ດາ​ການ​ເຄື່ອນ​ໄຫວ​ລົງ​ທຶນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ພະ​ລັງ​ງານ​ສີ​ຂຽວ, ໃນ​ນັ້ນ​ທະ​ວີ​ຄູນ​ຮູບ​ແບບ​ຜະ​ລິດອັດເມັດ​ເຊື້ອ​ເພີງ​ຊີ​ວະມວນ Idemitsu ຢູ່ຫຼາຍ​ທ້ອງ​ຖິ່ນຂອງ ຫວຽດ​ນາມ.

ສ່ວນ​ທ່ານ Hirano, ຢື​ນ​ຢັນ​ວ່າ ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຮັບ​ປະ​ກັນ​ແຫຼ່ງ​ສະ​ໜອງ​ນ້ຳ​ມັນ​ດິບ​ໃຫ້​ແກ່​ໂຄງ​ການ​ກັ່ນ​ຕອງ​ນ້ຳ​ມັນ ງີ​ເຊີນ ແລະ ເປີດກວ້າງ​ການ​ລົງ​ທຶນ​ໃນ​ຂົ​ງ​ເຂດ​ພະ​ລັ​ງ​ງານຂອງ ຫວຽດ​ນາມ, ໃນ​ນັ້ນ​ມີ​ພະ​ລັງ​ງານ​ສີ​ຂຽວ.