ຕາມ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ຄົ້ນ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ແລະນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ແລ້ວ, ພາຍຫຼັງ 4 ເດືອນ​ທີ່ຜັນ​ຂະ​ຫຍາຍ, ຮອດ​ວັນ​ທີ 25 ກໍ​ລະ​ກົດ, ບັ້ນ 500 ວັນ ແລະ ຄືນຍູ້​ແຮງ​ການ​ປະ​ຕິ​ບັດ​ວຽກ​ງານ​ຄົ້ນ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ແລະນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ​ທ້ອນ​ໂຮມອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດໄດ້​ເກືອບ 1.500 ອັດຖິ ໃນ​ນັ້ນ ​ມີ 466 ອັດ​ຖິ​ໄດ້​ຄົ້ນ​ພົບ​ພາຍ​ໃນ​ປະ​ເທດ, 174 ອັດ​ຖິ​ຢູ່ ​ລາວ ແລະ 850 ອັດ​ຖິ​ຢູ່​ ກຳ​ປູ​ເຈຍ. ພ້ອມ​ກັນ​ນັ້ນ, ກຳ​ລັງທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບກໍ່ໄດ້​ພົບ​ເຫັນ​ 7 ຂຸມຝັງສົບລວມໝູ່ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ລວມ​ມີ: 5 ຂຸມຝັງສົບລວມໝູ່​ຢູ່​ ຕວຽນ​ກວາງ ໂດຍມີອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 23 ອັດ​ຖິ, ຢູ່​ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ (ນະ​ຄອນ ໂຮ່​ຈີ​ມິນ) ພົບ​ເຫັນ 103 ອັດ​ຖິ ພ້ອມ​ກັບ​ຂຸມຝັງສົບລວມໝູ່​ໜຶ່ງ​ມີ 2 ອັດ​ຖິ.

ປັດ​ຈຸ​ບັນ​ມີ 32 ໜ່ວຍງານ​ຄົ້ນ​ຫາ, ທ້ອນ​ໂຮມ ດ້ວຍ​ຈຳ​ນວນ​ນາຍ​ທະ​ຫານ​ເຂົ້າ​ຮ່ວມ​ 1.541 ຄົນ, ລວມ​ມີ 13 ໜ່ວຍງານ​ພາຍ​ໃນ​ປະ​ເທດ ແລະ 19 ໜ່ວຍງານປະ​ຕິ​ບັດ​ໜ້າ​ທີ່​ຢູ່ ​ລາວ, ກຳ​ປູ​ເຈຍ. ບັນ​ດາ​ກົມ​ກອງ​ໄດ້​ຈັດພິ​ທີ​ກ່າວໄວ້ອາໄລ​, ປົງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 13 ຄັ້ງ, ຮັບ 735 ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ກັບ​ເມືອເຮັດພິທີປົງອັດຖິ​ຕາມ​ຂໍ້​ກຳ​ນົດ.