ໜຶ່ງ​ໃນ​ບັນ​ດາ​ບັນ​ຫາ​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ປັດ​ຈຸ​ບັນ ແມ່ນ​ອະ​ນາ​ຄົດ​ຂອງ​ຊ່ອງ​ແຄບ​ທະ​ເລ Hormuz. ແຕ່ຫຼາຍ​ເດືອນ​ຜ່ານ​ມາ, ການ​ເຄື່ອນ​ໄຫວ​ໃນ​ການ​ເດີນ​ເຮືອ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz ຍັງ​ຖືກ​ຈຳ​ກັດ​ຢ່າງ​ໜັກ​ໜ່ວງ ຍ້ອນ​ການ​ປະ​ທະ​ກັນ, ເຮັດ​ໃຫ້​ລະ​ບົບ​ສະ​ໜອງ​ພະ​ລັງ​ງາ​ນ​ທົ່ວ​ໂລກ​ຖືກ​ຜົນ​ກະ​ທົບຫຼາຍ​ຢ່າງ. ເລື່ອງການ​ເຈ​ລະ​ຈາ​ຮອບ​ຕ່າງໆ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ກ່ຽວກ​ັບ​ການ​ເປີດ​ຊ່ອງ​ແຄບ​ທະ​ເລ Hormuz ຄືນ​ໃໝ່ ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ໝາກ​ຜົນ​ນັ້ນ ໄດ້​ເຮັດ​ໃຫ້​ລາ​ຄາ​ນ້ຳ​ມັນ​ຍັງ​ຄົງ​ຢູ່​ໃນ​ລະ​ດັບ​ສູງ​ໃນ​ໄລ​ຍະ​ຍາວ.

ເມື່ອ​ຕອບ​ສຳ​ພາດ​ຕໍ່ນັກ​ຂ່າວ NBC News, ວັນ​ທີ 6 ມິ​ຖຸ​ນາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຖື​ວ່າ ວົງ​ການ​ການ​ນຳ ອີ​ຣານ ຈະ​ຕ້ອງ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກັບ ອາ​ເມ​ລິ​ກາ ເພື່ອ​ຢຸດ​ຕິ​ການ​ປະ​ທະ​ກັນ​ທີ່​ແກ່​ຍາວ ກ້າວ​ເຂົ້າ​ສູ່​ເດືອນ​ທີ 4.

ໃນ​ຂະ​ນະ​ນັ້ນ ອາ​ເມ​ລິ​ກາ ຮຽກ​ຮ້ອງ​ໃຫ້ ອີ​ຣານ ຢຸດ​ຕິ​​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ນາບ​ຂ​ູ່​ເຖິງ​ສິດ​ເສ​ລີ​ໃ​ນ​ການ​ເດີນ​ເຮືອຢູ່​ພາກ​ພື້ນ, ເຕ​ເຮ​ຣານ ສືບ​ຕໍ່​ຖື​ວ່າ ກຳ​ລັງ​ກົດ​ດັນ​ດ້ານ​ການ​ທະ​ຫານ​ແມ່ນ​ເຄື່ອງ​ມື​ແນ​ໃສ່ ບັງ​ຄັບ ວໍ​ຊິງ​ຕັນ ຕ້ອງ​ປະ​ນິ​ປະ​ນອມ​ໃນ​ບັນ​ດາ​ຮອບ​ເຈ​ລະ​ຈາ.