ວັນທີ 02 ກໍລະກົດ, ກາຕາ ໃຫ້ຮູ້ວ່າ ການເຈລະຈາທາງອ້ອມຮອບຕໍ່ໄປ ລະຫວ່າງ ອາເມລິກາ ແລະ ອີຣານ ຈະໄດ້ຮັບການກຳນົດໃນເວລາໄວທີ່ສຸດເທົ່າທີ່ໄວໄດ້ ພາຍຫຼັງສຳເລັດພິທີງານສົບຂອງ ສາດສະດາ ອີຣານ ທ່ານ Ali Khamenei (ຄາດວ່າຈະດຳເນີນແຕ່ວັນທີ 4 – 9 ກໍລະກົດ). ກໍໃນວັນດຽວກັນ, ປາກິດສະຖານ ໄດ້ແຈ້ງໃຫ້ຊາບວ່າ ການເຈລະຈາ ອາດຈະດຳເນີນໃນອາທິດທີ 3 ຂອງເດືອນ ກໍລະກົດ. ຂໍ້ມູນດັ່ງກ່າວ ໂດຍບັນດາຝ່າຍເປັນກາງໄກ່ເກ່ຍຍົກອອກມາ ພາຍຫຼັງທີ່ຜູ້ຕາງໜ້າຂອງ 2 ປະເທດນີ້ ມີການພົບປະສະເພາະກັບຄະນະນັກເຈລະຈາ ອາເມລິກາ ແລະ ອີຣານ ຢູ່ Doha (ກາຕາ).
ເນື້ອໃນບັນດາວາລະປຶກສາຫາລືໄດ້ສຸມໃສ່ຫຼາຍບັນຫາແກ່ນສານໃນວິວັດທະນາການປະຕິບັດບົດບັນທຶກຄວາມເຂົ້າໃຈລະຫວ່າງ 2 ປະເທດ, ລວມມີ: ການຍົກເລີກການອາຍັດຊັບສິນຂອງ ອີຣານ, ຮັບປະກັນຄວາມໝັ້ນຄົງຢູ່ຊ່ອງແຄບທະເລ Hormuz ແລະ ບັນດາບາດກ້າວເດີນ ແນໃສ່ມຸ່ງໄປເຖິງຂໍ້ຕົກລົງສະບັບສຸດທ້າຍກ່ຽວກັບການຢຸດຕິການປະທະກັນ. ຜູ້ແທນຂັ້ນສູງຂອງ ອາເມລິກາ ແລະ ອີຣານ ໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາການເຈລະຈາ.
